lo_exo_text_ulb_l3/09/01.txt

1 line
1.3 KiB
Plaintext

\c 9 \v 1 ແລ້ວພຣະຢາເວກ່າວກັບໂມເຊວ່າ, "ຈົ່ງໄປຫາຟາຣາໂອ ແລະບອກລາວວ່າ, 'ພຣະຢາເວພຣະເຈົ້າຂອງຊາວເຮັບເຣີ, ກ່າວດັ່ງນີ້ວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາໄປເພື່ອພວກເຂົາຈະໄດ້ນະມັດສະການເຮົາ." \v 2 ແຕ່ຫາກເຈົ້າປະຕິເສດທີ່ຈະປ່ອຍພວກເຂົາໄປ, ຖ້າເຈົ້າຍັງດຶງພວກເຂົາໄວ້, \v 3 ແລ້ວພຣະຫັດຂອງພຣະຢາເວຈະຢູ່ເຫນືອຝູງສັດຂອງເຈົ້າໃນທົ່ງນາ ແລະເຮັດໃຫ້ຝູງມ້າ, ຝູງລໍ, ຝູງອຸດ, ຝູງງົວ, ຝູງແກະ, ແລະຝູງແບ້, ແລະເຮັດໃຫ້ເກີດໂຣກລະບາດທີ່ເປັນຕາຢ້ານຫລາຍ. \v 4 ພຣະຢາເວຈະເຮັດຕໍ່ຝູງສັດຂອງຊາວອິສະຣາເອນແລະຂອງຊາວອີຢິບແຕກຕ່າງກັນ: ສັດຂອງຊາວອິສະຣາເອນຈະບໍ່ຕາຍເລີຍ.