lo_exo_text_ulb_l3/08/22.txt

1 line
1.5 KiB
Plaintext

\v 22 ແຕ່ໃນວັນນັ້ນເຮົາຈະເຮັດຕໍ່ດິນແດນໂກເຊັນແຕກຕ່າງໄປຈາກເດີມ, ຄືດິນແດນທີ່ປະຊາຊົນຂອງເຮົາອາໄສຢູ່, ຝູງແມງວັນຈະບໍ່ມີຢູ່ທີ່ນັ້ນເລີຍ. ສິ່ງນີ້ຈະເກີດຂຶ້ນເພື່ອເຈົ້າຈະໄດ້ຮູ້ວ່າເຮົາຄືພຣະຢາເວ ສະຖິດຢູ່ທ່າມກາງແຜ່ນດິນນີ້. \v 23 ເຮົາຈະເຮັດໃຫ້ເກີດຄວາມແຕກຕ່າງລະຫວ່າງຂອງເຮົາ ແລະ ປະຊາຊົນຂອງເຈົ້າ. ນີ້ເປັນຫມາຍສຳຄັນແຫ່ງຣິດອຳນາດຂອງເຮົາ ສິ່ງນີ້ຈະເກີດຂຶ້ນໃນມື້ອື່ນ.'"" \v 24 ພຣະຢາເວເຮັດເຊັ່ນນັ້ນ, ແລະຝູງແມງວັນຈຳນວນມະຫາສານເຂົ້າໄປໃນເຮືອນຂອງຟາຣາໂອ ແລະ ເຂົ້າໄປໃນເຮືອນຂອງຂ້າຣາຊະການທັງຫລາຍຂອງພຣະອົງ. ທົ່ວທັງແຜ່ນດິນອີຢິບ, ທັງແຜ່ນດິນໄດ້ຖືກທຳລາຍ ເພາະຝູງແມງວັນນັ້ນ.