lo_exo_text_ulb_l3/08/01.txt

1 line
1.6 KiB
Plaintext

\c 8 \v 1 ແລ້ວພຣະຢາເວກ່າວກັບໂມເຊວ່າ, "ຈົ່ງໄປຫາຟາຣາໂອແລະບອກລາວວ່າ ,'ພຣະຢາເວກ່າວດັ່ງນີ້ວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາໄປເພື່ອພວກເຂົາຈະໄດ້ນະມັດສະການເຮົາ. \v 2 ຖ້າເຈົ້າປະຕິເສດທີ່ຈະປ່ອຍພວກເຂົາໄປ, ເຮົາຈະສົ່ງຝູງກົບຂຶ້ນມາເຮັດໃຫ້ເດືອດຮ້ອນທົ່ວດິນແດນຂອງເຈົ້າ. \v 3 ແມ່ນໍ້າຈະເຕັມໄປດ້ວຍຝູງກົບ. ພວກມັນຈະຂຶ້ນມາ ແລະເຂົ້າໄປໃນເຮືອນຂອງເຈົ້າ, ໃນຫ້ອງນອນຂອງເຈົ້າ, ແລະຕຽງນອນຂອງເຈົ້າ. ພວກມັນຈະເຂົ້າໄປໃນເຮືອນຂອງເຫລົ່າຂ້າຣາຊະການຂອງເຈົ້າ. ພວກມັນຈະຢູ່ຕາມຕົນໂຕປະຊາຊົນຂອງເຈົ້າ, ເຂົ້າໃນເຕົາອົບຂອງເຈົ້າ, ແລະເຂົ້າໄປໃນຊາມປະສົມແປ້ງຂອງເຈົ້າ. \v 4 ຝູງກົບຈະຮຸກຮານເຈົ້າ, ປະຊາຊົນຂອງເຈົ້າ, ແລະຜູ້ຮັບໃຊ້ທັງຫມົດຂອງເຈົ້າ.'""