lo_exo_text_ulb_l3/07/20.txt

1 line
1.4 KiB
Plaintext

\v 20 ໂມເຊກັບອາໂຣນຈຶ່ງເຮັດຕາມຄຳສັ່ງຂອງພຣະຢາເວ. ອາໂຣນຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນ ແລະຟາດລົງໃນນໍ້າໃນແມ່ນໍ້າ, ຕໍ່ຫນ້າຕໍ່ຕາຂອງຟາຣາໂອ ແລະຂ້າຣາຊະການຂອງເຂົາ. ນໍ້າທັງ ຫມົດໃນແມ່ນໍ້າຈຶ່ງກາຍເປັນເລືອດ. \v 21 ປາໃນແມ່ນໍ້າຕາຍ, ແລະແມ່ນໍ້າເລີ່ມສົ່ງກິ່ນເຫມັນ. ຊາວອີຢິບບໍ່ອາດດື່ມນໍ້າຈາກແມ່ນໍ້າໄດ້, ແລະມີແຕ່ເລືອດຢູ່ເຕັມທົ່ວທຸກແຫ່ງໃນແຜ່ນດິນອີຢິບ. \v 22 ແຕ່ພວກນັກມາຍາກົນຂອງຊາວເອຢິບກໍເຮັດໄດ້ເຫມືອນກັນດ້ວຍມາຍາກົນຂອງພວກເຂົາ. ດັ່ງນັ້ນໃຈຂອງຟາຣາໂອຈຶ່ງຍັງຄົງແຂງກະດ້າງ, ແລະປະຕິເສດທີ່ຈະເຊື່ອຟັງໂມເຊ ແລະ ອາໂຣນ, ເປັນໄປຕາມທີ່ພຣະຢາເວກ່າວໄວ້ວ່າຈະເກີດຂຶ້ນເຊັ່ນນັ້ນ.