lo_exo_text_ulb_l3/05/19.txt

1 line
1.2 KiB
Plaintext

\v 19 ຫົວຫນ້າຄຸມງານຊາວອິສະຣາເອນເຫັນວ່າພວກຕົນກຳລັງເດືອດຮ້ອນ ເມື່ອພວກເຂົາຖືກສັ່ງວ່າ, "ພວກເຈົ້າຈະຕ້ອງບໍ່ລົດຈຳນວນດິນຈີ່ໃນແຕ່ລະມື້ລົງ." \v 20 ເມື່ອພວກເຂົາກັບມາຈາກການເຝົ້າຟາຣາໂອແລ້ວ, ພວກເຂົາໄດ້ພົບໂມເຊ ແລະອາໂຣນທີ່ຢືນຢູ່ຂ້າງນອກວັງ. \v 21 ພວກເຂົາເວົ້າກັບໂມເຊ ແລະອາໂຣນວ່າ, "ຂໍພຣະຢາເວພິຈາລະນາແລະລົງໂທດພວກທ່ານ, ເພາະພວກທ່ານເຮັດໃຫ້ພວກເຮົາເປັນທີ່ກຽດຊັງໃນສາຍຕາຍຂອງຟາຣາໂອພ້ອມກັບເຫລົ່າຂ້າຣາຊະການ. ພວກທ່ານໄດ້ເອົາດາບໃສ່ມືຂອງພວກເຂົາເພື່ອທີ່ຈະຂ້າພວກເຮົາເສຍ."