lo_exo_text_ulb_l3/05/15.txt

1 line
1.6 KiB
Plaintext

\v 15 ດັ່ງນັ້ນຫົວຫນ້າຄົນງານວຽກຊາວອິສະຣາເອນຈຶ່ງເຂົ້າເຝົ້າຟາຣາໂອ ແລະຮ້ອງຂໍຕໍ່ທ່ານ. ພວກເຂົາເວົ້າວ່າ, "ເຫດໃດທ່ານຈຶ່ງຊົງເຮັດຕໍ່ພວກທາດຂອງທ່ານແບບນີ້? \v 16 ພວກທາດຂອງທ່ານບໍ່ໄດ້ຮັບແຈກຈ່າຍເຟືອງອີກຕໍ່ໄປ, ແຕ່ພວກຄຸມງານກັບສັ່ງພວກເຮົາວ່າ, 'ໃຫ້ເຮັດດິນຈີ່!' ບັດນີ້ພວກເຮົາ, ຜູ້ເປັນທາດຂອງທ່ານ, ເຖິງປານນັ້ນພວກເຮົາກໍໄດ້ຖືກຂ້ຽນຕີ, ທັງໆທີ່ພວກຄົນຂອງທ່ານເອງທີ່ເປັນຝ່າຍຜິດ." \v 17 ແຕ່ຟາຣາໂອກ່າວວ່າ, "ເຈົ້າຄົນຂີ້ຄ້ານ! ເຈົ້າຄົນຂີ້ຄ້ານ! ພວກເຈົ້າຮ້ອງຂໍວ່າ, 'ປ່ອຍພວກເຮົາອອກໄປຖວາຍເຄື່ອງບູຊາແດ່ພຣະຢາເວ.' \v 18 ດັ່ງນັ້ນບັດນີ້ຈົ່ງກັບໄປເຮັດວຽກ. ເຮົາຈະບໍ່ຈ່າຍເຟືອງໃຫ້, ແຕ່ພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ຕາມຈຳນວນເທົ່າເດີມ."