lo_exo_text_ulb_l3/05/12.txt

1 line
1.2 KiB
Plaintext

\v 12 ດັ່ງນັ້ນພວກເຂົາຈຶ່ງແຍກຍ້າຍກັນໄປທົ່ວແຜ່ນດິນອີຢິບ ເພື່ອຊອກຫາເຟືອງ. \v 13 ພວກຄຸມວຽກຄອຍເລັ່ງລັດ ແລະເວົ້າວ່າ, "ເຮັດວຽກຂອງເຈົ້າໃຫ້ສຳເລັດ ເຫມືອນເມື່ອກ່ອນຕອນທີ່ໄດ້ເຟືອງຢູ່." \v 14 ແລ້ວຫົວຫນ້າຄົນງານຂອງຟາຣາໂອໄດ້ຂ້ຽນຕີຫົວຫນ້າຄຸມງານຂອງຊາວອິສະຣາເອນ, ຜູ້ທີ່ພວກເຂົາໄດ້ແຕ່ງຕັ້ງໃຫ້ຮັບຜິດຊອບວຽກນັ້ນ. ຫົວຫນ້າຄົນງານຖາມຕະຫລອດເວລາວ່າ, "ເປັນຫຍັງແຕ່ມື້ນີ້ ແລະ ວານນີ້ພວກເຈົ້າຈຶ່ງບໍ່ເຮັດດີນຈີ່ໃຫ້ຄົບຕາມຈຳນວນທີ່ໄດ້ກຳນົດໄວ້, ຕາມທີ່ພວກເຈົ້າເຄີຍເຮັດຄືດັ່ງຜ່ານມານັ້ນ?"