lo_exo_text_ulb_l3/05/01.txt

1 line
1006 B
Plaintext

\c 5 \v 1 ຫລັງຈາກເຫດການເຫລົ່ານີ້ໄດ້ເກີດຂຶ້ນ, ໂມເຊແລະອາໂຣນໄດ້ໄປເຂົ້າເຝົ້າຟາຣາໂອ ແລະທູນວ່າ, "ພຣະຢາເວພຣະເຈົ້າຂອງຊາວອິສະຣາເອນກ່າວວ່າ: 'ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະຈັດພິທີລ້ຽງຖວາຍແກ່ເຮົາຖິ່ນແຫ້ງແລ້ງກັນດານ.'" \v 2 ຟາຣາໂອກ່າວວ່າ, "ໃຜແມ່ນພຣະຢາເວ? ເປັນຫຍັງເຮົາຈະຕ້ອງເຊື່ອຟັງ ແລະປ່ອຍຄົນອິສະຣາເອນໄປ? ເຮົາບໍ່ຮູ້ພຣະຢາເວ; ຍິ່ງໄປກວ່ານັ້ນ, ເຮົາຈະບໍ່ປ່ອຍຄົນອິສະຣາເອນໄປ."