lo_exo_text_ulb_l3/04/29.txt

1 line
1.0 KiB
Plaintext

\v 29 ແລ້ວໂມເຊກັບອາໂຣນຈຶ່ງອອກໄປ ແລະ ເອີ້ນປະຊຸມບັນດາຜູ້ອາວຸໂສຂອງຊາວອິສະຣາເອນພ້ອມກັນ. \v 30 ອາໂຣນຈຶ່ງກ່າວຖ້ອຍຄຳທັງຫມົດຂອງພຣະຢາເວ ຊຶ່ງໄດ້ກ່າວກັບໂມເຊ. ໂມເຊໄດ້ສະແດງຫມາຍສຳຄັນໂດຍຣິດອຳນາດຂອງພຣະຢາເວຕໍ່ຫນ້າປະຊາຊົນ. \v 31 ປະຊາຊົນກໍໄດ້ເຊື່ອ. ເມື່ອໄດ້ຍິນວ່າພຣະຢາເວສະເດັດມາຢ້ຽມຢາມຫາຊົນຊາດອິສະຣາເອນ ແລະ ພຣະອົງໄດ້ທອດພຣະເນດຄວາມທຸກຍາກຂອງພວກເຂົາແລ້ວ, ພວກເຂົາຕ່າງກໍຂາບລົງ ແລະນະມັດສະການພຣະອົງ.