lo_exo_text_ulb_l3/04/24.txt

1 line
1.0 KiB
Plaintext

\v 24 ໃນລະຫວ່າງທາງ, ເມື່ອພວກເຂົາຢຸດພັກຄ້າງຄືນ, ພຣະຢາເວມາພົບໂມເຊ ແລະ ຊົງປະສົງທີ່ຈະຂ້າລາວເສຍ. \v 25 ແລ້ວນາງຊິບໂປຣາຈຶ່ງເອົາມີດຫີນຄົມມາ ແລະຕັດຫນັງປາຍອະໄວຍະວະເພດຂອງລູກຊາຍຂອງຕົນ, ແລ້ວເອົາໄປແຕະຕີນຂອງໂມເຊ. ແລ້ວນາງຈຶ່ງກ່າວວ່າ, "ແນ່ນອນແລ້ວ ເຈົ້າເປັນເຈົ້າບ່າວແຫ່ງເລືອດ." ເພາະພິທີຕັດນັ້ນ. \v 26 ແລ້ວພຣະຢາເວຈຶ່ງຊົງໄວ້ຊີວິດລາວ. ນາງຈຶ່ງກ່າວວ່າ, "ເຈົ້າເປັນເຈົ້າບ່າວທີ່ໄດ້ມາແຫ່ງເລືອດ" ເນື່ອງຈາກເຂົ້າພິທີຕັດ.