lo_exo_text_ulb_l3/04/21.txt

1 line
1.2 KiB
Plaintext

\v 21 ພຣະຢາເວກ່າວກັບໂມເຊວ່າ, "ເມື່ອເຈົ້າກັບໄປເຖິງອີຢິບ, ຈົ່ງເຮັດການອັສະຈັນທັງຫມົດ ຊຶ່ງເຮົາມອບໄວ້ໃນອຳນາດຂອງເຈົ້າ ຕໍ່ຫນ້າຂອງກະສັດຟາຣາໂອ. ແຕ່ເຮົາຈະເຮັດໃຫ້ລາວໃຈແຂງກະດ້າງ, ແລະລາວຈະບໍ່ຍອມໃຫ້ປະຊາຊົນໄປ. \v 22 ເຈົ້າຈົ່ງທູນກັບຟາຣາໂອວ່າ, 'ພຣະຢາເວກ່າວດັ່ງນີ້ວ່າ: ຊາວອິສະຣາເອນເປັນລູກຊາຍຂອງເຮົາ, ເປັນລູກກົກຂອງເຮົາ, \v 23 ແລະເຮົາບອກແກ່ເຈົ້າວ່າ, "ຈົ່ງປ່ອຍລູກຊາຍຂອງເຮົາໃຫ້ໄປນະມັດສະການເຮົາ." ແຕ່ຖ້າລາວປະຕິເສດທີ່ຈະບໍ່ປ່ອຍໄປ, ເຮົາຈະຂ້າລູກຊາຍກົກຂອງລາວເສຍ.'"