lo_exo_text_ulb_l3/04/14.txt

1 line
1.4 KiB
Plaintext

\v 14 ແລ້ວພຣະຢາເວຈຶ່ງໂກດຮ້າຍໂມເຊ. ພຣະອົງກ່າວວ່າ, "ແລ້ວອາໂຣນ, ອ້າຍຂອງເຈົ້າ, ທີ່ເປັນຊາວເລວີ? ເຮົາຮູ້ແລ້ວວ່າລາວເປັນຄົນເວົ້າເກັ່ງ. ຍິ່ງກວ່ານັ້ນ, ລາວກໍາລັງເດີນທາງມາພົບເຈົ້າ, ລາວຈະດີໃຈທີ່ໄດ້ເຫັນເຈົ້າ. \v 15 ເຈົ້າຈົ່ງເວົ້າກັບລາວ ແລະບອກຄຳທີ່ຈະໃຫ້ລາວເວົ້າ. ແລ້ວເຮົາຈະຢູ່ກັບປາກຂອງເຈົ້າ ແລະປາກຂອງລາວ, ແລະເຮົາຈະສຳແດງໃຫ້ເຈົ້າທັງສອງຮູ້ວ່າຄວນເຮັດຫຍັງແດ່. \v 16 ລາວຈະເວົ້າກັບປະຊາຊົນແທນເຈົ້າ. ລາວຈະເປັນປາກຂອງເຈົ້າ, ແລະເຈົ້າຈະເປັນເຫມືອນພຣະເຈົ້າສຳລັບລາວ. \v 17 ເຈົ້າຈົ່ງຖືໄມ້ຄ້ອນເທົ້ານີ້ໄວ້ໃນມື. ດ້ວຍສິ່ງນີ້ເຈົ້າຈະເຮັດຫມາຍສຳຄັນຕ່າງໆ."