lo_exo_text_ulb_l3/04/10.txt

1 line
1.3 KiB
Plaintext

\v 10 ແຕ່ໂມເຊທູນຕໍ່ພຣະຢາເວວ່າ, "ພຣະຜູ້ເປັນເຈົ້າ, ຂ້ານ້ອຍບໍ່ແມ່ນຄົນເວົ້າເກັ່ງ, ທັງໃນອະດີດ ຫລືຕັ້ງແຕ່ເມື່ອພຣະອົງກ່າວກັບຜູ້ຮັບໃຊ້ຂອງພຣະອົງພຸ້ນ. ຂ້ານ້ອຍເປັນຄົນເວົ້າຕິດອ່າງແລະບໍ່ຊັດເຈນ." \v 11 ພຣະຢາເວກ່າວກັບລາວວ່າ, "ຜູ້ໃດສ້າງປາກຂອງມະນຸດ? ຜູ້ໃດສ້າງມະນຸດໃຫ້ປາກກືກ ຫລືຫູຫນວກ ຫລືຕາດີ ຫລືຕາບອດ? ບໍ່ແມ່ນພຣະຢາເວບໍ? \v 12 ບັດນີ້ ຈົ່ງໄປເຖີ້ນແລະເຮົາຈະຢູ່ກັບປາກຂອງເຈົ້າ ແລະສອນເຈົ້າໃນສີ່ງທີ່ຄວນຈະເວົ້າ." \v 13 ແຕ່ໂມເຊທູນວ່າ, "ພຣະຜູ້ເປັນເຈົ້າ, ໂຜດໃຊ້ຄົນອື່ນໄປສາ, ໃຜກໍໄດ້ທີ່ພຣະອົງປະສົງຈະສົ່ງໄປ."