lo_exo_text_ulb_l3/04/04.txt

1 line
858 B
Plaintext

\v 4 ພຣະຢາເວເວົ້າກັບໂມເຊວ່າ, "ຈົ່ງເດ່ມືອອກໄປ ແລະ ຈັບຫາງຂອງມັນໄວ້." ເຂົາຈຶ່ງເດ່ມືອອກໄປ ແລະຈັບງູໄວ້. ງູນັ້ນກໍກາຍເປັນໄມ້ຄ້ອນເທົ້າຢູ່ໃນມືຂອງລາວອີກຄັ້ງ. \v 5 "ທັງນີ້ເພື່ອພວກເຂົາຈະໄດ້ເຊື່ອວ່າພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ, ໄດ້ປາກົດແກ່ເຈົ້າແລ້ວ."