lo_exo_text_ulb_l3/04/01.txt

1 line
910 B
Plaintext

\c 4 \v 1 ໂມເຊຈຶ່ງທູນຕອບວ່າ, "ແຕ່ຖ້າພວກເຂົາບໍ່ເຊື່ອຟັງຂ້ານ້ອຍ ຫລືຟັງສຽງຂອງຂ້ານ້ອຍ ແຕ່ກັບເວົ້າວ່າ, 'ພຣະຢາເວບໍ່ໄດ້ຊົງປາກົດແກ່ເຈົ້າດອກ'?" \v 2 ພຣະຢາເວຈຶ່ງກ່າວກັບເຂົາວ່າ, "ມີຫຍັງຢູ່ໃນມືຂອງເຈົ້າ?" ໂມເຊທູນວ່າ, "ໄມ້ຄ້ອນເທົ້າ." \v 3 ພຣະຢາເວກ່າວວ່າ, "ຈົ່ງໂຍນມັນລົງດິນ." ໂມເຊຈຶ່ງໂຍນລົງມັນລົງພື້ນດິນ, ແລະໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ. ໂມເຊຈຶ່ງແລ່ນຫນີງູ.