lo_exo_text_ulb_l3/02/18.txt

1 line
1012 B
Plaintext

\v 18 ເມື່ອຍີງສາວເຫລົ່ານັ້ນກັບຄືນໄປຫາເຣອູເອນຜູ້ເປັນພໍ່, ເຂົາຖາມວ່າ, "ເປັນຫຍັງມື້ນີ້ພວກເຈົ້າຈຶ່ງກັບມາໄວແທ້?" \v 19 ພວກນາງຕອບວ່າ ມີຊາວເອຢິບຄົນຫນຶ່ງໄດ້ຊ່ວຍເຮົາໃຫ້ພົ້ນຈາກພວກຄົນລ້ຽງແກະ. ເຂົາຍັງໄດ້ຕັກນໍ້າໃຫ້ພວກເຮົາ ແລະໃຫ້ຝູງສັດກິນດ້ວຍ." \v 20 ເຂົາເວົ້າກັບລູກສາວຂອງຕົນວ່າ, "ຊາຍຄົນນັ້ນຢູ່ໃສແລ້ວ? ເປັນຫຍັງພວກເຈົ້າຈຶ່ງຖິ້ມຊາຍຄົນນັ້ນ? ຟ້າວໄປເອີ້ນເອົາລາວມາກິນອາຫານນຳພວກເຮົາສາ."