lo_exo_text_ulb_l3/02/15.txt

1 line
1.0 KiB
Plaintext

\v 15 ບັດນີ້ເມື່ອຟາຣາໂອຊົງໄດ້ຮູ້ເລື່ອງນີ້, ພຣະອົງຈຶ່ງພະຍາຍາມຂ້າໂມເຊເສຍ. ແຕ່ໂມເຊຫນີຈາກຟາຣາໂອໄປຢູ່ໃນດິນແດນມີດີອານ. ທີ່ນັ້ນລາວນັ່ງຢູ່ທີ່ຂ້າງນໍ້າສ້າງແຫ່ງຫນຶ່ງ. \v 16 ບັດນີ້ ປະໂລຫິດຊາວມີດີອານມີລູກສາວເຈັດຄົນ. ພວກນາງພາກັນມາ, ຕັກນໍ້າ, ແລະຕື່ມນໍ້າໃນອ່າງໃຫ້ຝູງສັດຂອງພໍ່ກິນ. \v 17 ມີພວກຄົນລ້ຽງແກະມາເຖິງ ແລະພະຍາຍາມໄລ່ພວກນາງໄປ, ແຕ່ໂມເຊຈຶ່ງໄດ້ໄປ ແລະຊ່ວຍພວກນາງ. ແລ້ວລາວໃຫ້ນໍ້າດື່ມແກ່ແກະຂອງພວກນາງ.