lo_exo_text_ulb_l3/02/13.txt

1 line
1.0 KiB
Plaintext

\v 13 ລາວໄດ້ອອກໄປຂ້າງນອກໃນວັນຕໍ່ມາ, ແລະ, ເບິ່ງແມ, ຊາຍຊາວເຮັບເຣີສອງຄົນກຳລັງຕໍ່ສູ້ກັນຢູ່. ລາວຈຶ່ງເວົ້າກັບຄົນທີ່ເຮັດຜິດນັ້ນວ່າ, "ເຈົ້າຕີພີ່ນ້ອງຂອງເຈົ້າເອງເຮັດຫຍັງ?" \v 14 ແຕ່ຊາຍຄົນນັ້ນຕອບວ່າ, "ໃຜຕັ້ງເຈົ້າໃຫ້ເປັນຜູ້ນຳ ແລະເປັນຜູ້ຕັດສິນພວກເຮົາ? ເຈົ້າກຳລັງວາງແຜນຈະຂ້າເຮົາ ເຫມືອນທີ່ເຈົ້າໄດ້ຂ້າຊາວອີຢິບຄົນນັ້ນບໍ?" ແລ້ວໂມເຊເລີຍຕົກໃຈ ແລະເວົ້າວ່າ, "ສີ່ງທີ່ເຮົາເຮັດນັ້ນ ຄົງຮູ້ກັນທົ່ວໄປແລ້ວແນ່ນອນ."