lo_exo_text_ulb_l3/01/15.txt

1 line
1.1 KiB
Plaintext

\v 15 ຕໍ່ມາກະສັດອີຢິບໄດ້ຊົງມີຄຳສັ່ງໃຫ້ນາງຫມໍຕຳແຍຊາວເຮັບເຣີ; ຜູ້ຫນຶ່ງຊື່ ຊິຟຣາ​, ແລະ ອີກຜູ້ຫນຶ່ງຊື່ ປູອາ. \v 16 ພຣະອົງຊົງກ່າວວ່າ, "ເມື່ອເຈົ້າໄປຊ່ວຍຍິງຊາວເຮັບເຣີທີ່ກຳລັງເກີດລູກ, ຈົ່ງສັງເກດເບິ່ງເມື່ອພວກນາງເກີດລູກ. ຖ້າເປັນລູກຊາຍກໍໃຫ້ຂ້າເສຍ, ຖ້າເປັນລູກຍິງກໍໃຫ້ໄວ້ຊີວິດ." \v 17 ແຕ່ພວກນາງຫມໍຕຳແຍຢຳເກງພຣະເຈົ້າ ແລະບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດອີຢິບທີ່ສັ່ງພວກນາງ; ພວກເຂົາເລີຍປ່ອຍໃຫ້ເດັກນ້ອຍຜູ້ຊາຍລອດຊີວິດແທນ.