lo_exo_text_ulb_l3/01/01.txt

1 line
836 B
Plaintext

\c 1 \v 1 ຕໍ່ໄປນີ້ແມ່ນລາຍຊື່ຂອງບັນດາລູກຊາຍຂອງອິສະຣາເອນ ຜູ້ໄດ້ເຂົ້າໄປອາໄສໃນປະເທດອີຢິບກັບຢາໂຄບ, ພ້ອມດ້ວຍຄອບຄົວຂອງຕົນຄື: \v 2 ຣູເບັນ, ຊີເມໂອນ, ເລວີ, ແລະຢູດາ, \v 3 ອິດຊາຄາ, ເຊບູລູນ, ແລະເບັນຢາມີນ, \v 4 ດານ, ນັບທາລີ, ຄາດ ແລະອາເຊ. \v 5 ຄົນທັງຫມົດເຫລົ່ານີ້ເປັນເຊື້ອສາຍຂອງຢາໂຄບເຈັດສິບຄົນ. ສ່ວນໂຢເຊັບນັ້ນໄດ້ໄປຢູ່ໃນອີຢິບກ່ອນແລ້ວ.