\v 15 ດັ່ງນັ້ນຫົວຫນ້າຄຸມວຽກຊາວອິສະຣາເອນຈຶ່ງມາຫາຟາໂຣ ແລະຮ້ອງຂໍຕໍ່ທ່ານ. ພວກເຂົາກ່າວວ່າ, "ເຫດໃດທ່ານຈຶ່ງເຮັດຕໍ່ເຫລົ່າທາດຂອງທ່ານແນວນີ້? \v 16 ພວກທາດຂອງທ່ານບໍ່ໄດ້ຮັບແຈກຈ່າຍເຟື່ອງອີກຕໍ່ໄປ, ແຕ່ພວກນາຍງານກັບສັ່ງພວກເຮົາວ່າ, 'ໃຫ້ເຮັດດີນຈີ່!' ບັດນີ້ພວກເຮົາ, ຜູ້ເປັນທາດຂອງທ່ານ, ເຖີງປານນັ້ນພວກເຮົາກໍໄດ້ຖືກຂ້ຽນຕີ, ທັ້ງໆທີ່ພວກຄົນຂອງທ່ານເອງທີ່ເປັນຝ່າຍຜິດ." \v 17 ແຕ່ຟາໂຣກ່າວວ່າ, "ເຈົ້າຄົນຂີ້ຄ້ານ! ເຈົ້າຄົນຂີ້ຄ້ານ! ກໍພວກເຈົ້າບອກວ່າ, 'ປ່ອຍພວກເຮົາອອກໄປຖວາຍເຄື່ອງບູຊາແດ່ພຣະຢາເວ.' \v 18 ດັ່ງນັ້ນບັດນີ້ຈົ່ງກັບໄປເຮັດວຽກ. ເຮົາຈະບໍ່ຈ່າຍເຟື່ອງໃຫ້ ແຕ່ພວກເຈົ້າຕ້ອງເຮັດດີນຈີ່ໃຫ້ໄດ້ຕາມຈຳນວນເທົ່າເດີມ."