\v 7 \v 8 ພຣະເຈົ້າຢາເວກ່າວວ່າ, "ແນ່ນອນເຮົາໄດ້ເຫັນຄວາມທຸກຍາກຂອງປະຊາຊົນຂອງເຮົາ ທີ່ຢູ່ໃນເອຢີບແລ້ວ. ເຮົາໄດ້ຍີນສຽງຮ້ອງຂອງພວກເຂົາ ເນື່ອງຈາກພວກນາຍງານຂອງເຂົາ, ເພາະເຮົາຮັບຮູ້ເຖີງຄວາມທຸກຍາກຂອງພວກເຂົາ. ເຮົາຈຶ່ງລົງມາເພື່ອຈະປົດປ່ອຍພວກເຂົາ ໃຫ້ເປັນອິດສະລະຈາກອຳນາດຂອງຊາວເອຢີບ ແລະນຳພວກເຂົາອອກຈາກແຜ່ນດີນນັ້ນ ໄປຍັງດີນແດນທີດີ, ດີນແດນກວ້າງໃຫຍ່,ດີນແດນທີ່ມີນໍ້ານົມແລະນໍ້າເຜີງໄຫລ່; ໄປຍັງບ່ອນຢູ່ຂອງຊາວການາອານ, ຊາວຮິດຕິ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ, ແລະຊາວເຢບຸດ.