\v 23 ອາໂຣນໄດ້ແຕ່ງງານກັບເອລີຊາບາ, ລູກສາວຂອງອຳມີນາດາບ, ນ້ອງສາວຂອງນາໂຊນ. ນາງໄດ້ເກີດລູກຊາຍໃຫ້ກັບລາວຊື່ ນາດາບ, ເອເລອາສາ ແລະອີທາມາ. \v 24 ບັນດາລູກຊາຍຂອງໂກຣາ ມີດັ່ງນີ້: ອັດສີເຣ, ເອນການາ, ແລະອາບີນາສັບ. ຄົນເຫລົ່ານີ້ຢູ່ໃນຕະກຸນບັນພະບູລຸດຂອງໂກຣາ. \v 25 ເອເລອາສາລູກຊາຍຂອງອາໂລນແຕ່ງງານກັບລູກສາວຄົນຫນຶ່ງຂອງປູຕີເອນ. ນາງເກີດລູກຊາຍໃຫ້ລາວຊື່ ຟີເນຮາ. ທີ່ກ່າວມາແລ້ວນັ້ນ ລ້ວນເປັນຕົ້ນຕະກຸນເລວີຕາມລຳດັບພົງພັນຂອງພວກເຂົາ.