\v 13 \v 14 \v 15 ໂມເຊເວົ້າກັບພຣະເຈົ້າວ່າ, "ເມື່ອຂ້ານ້ອຍໄປຫາຊາວອິສຣາເອນ ແລະບອກພວກເຂົາວ່າ, 'ພຣະເຈົ້າແຫ່ງບັນພະບູລຸດຂອງພວກເຈົ້າ ໃຊ້ໃຫ້ເຮົາມາຫາພວກເຈົ້າ' ແລະພວກເຂົາຈະຖາມຂ້ານ້ອຍວ່າ, 'ພຣະອົງມີພຣະນາມວ່າແນວໃດ?' ຂ້ານ້ອຍຄວນຈະຕອບພວກເຂົາວ່າແນວໃດ?" ພຣະເຈົ້າຕອບໂມເຊວ່າ, "ເຮົາເປັນຜູ້ຊຶ່ງເຮົາເປັນ."