\v 8 ຕໍ່ມາມີກະສັດອົງໃຫມ່ຂື້ນປົກຄອງເຫນຶອປະເທດເອຢີບ, ພຣະອົງບໍ່ຮູ້ຈັກກ່ຽວກັບໂຢເຊັບ. \v 9 ພຣະອົງກ່າວກັບຊົນຊາດຂອງພຣະອົງວ່າ, "ເບີ່ງແມ້, ຊາວອິສຣາເອນໄດ້ເພີ່ມຈຳນວນຂື້ນຫລາຍ ແລະມີກຳລັງຫລາຍກວ່າພວກເຮົາອຶກ. \v 10 ມາເທີ້ນ, ໃຫ້ພວກເຮົາຫາອຸບາຍຈັດການພວກເຂົາ, ບໍ່ດັ່ງນັ້ນພວກເຂົາຈະທະວີຫລາຍຂື້ນ, ແລະຖ້າເກີດສົງຄາມຂື້ນມື້ໃດ, ພວກເຂົາຈະເຂົ້າຮ່ວມກັບພວກສັດຕູ, ຕໍ່ສູ້ພວກເຮົາ, ແລະຈະອອກໄປຈາກແຜ່ນດີນໄດ້."