\c 19 \v 1 ໃນເດືອນທີສາມຫລັງຈາກປະຊາຊົນອິສະຣາເອນໄດ້ອອກຈາກແຜ່ນດີນເອຢິບ, ໃນມື້ດຽວກັນນັ້ນ, ພວກເຂົາໄດ້ມາເຖີງຖີ່ນແຫ້ງແລ້ງກັນດານຊີນາຍ. \v 2 ຫລັງຈາກພວກເຂົາອອກຈາກເຣຟິດິມ ແລະມາເຖິງຖີ່ນແຫ້ງແລ້ງກັນດານຊີນາຍ, ພວກເຂົາກໍຕັ້ງຄ້າຍຢູ່ໃນຖີ່ນແຫ້ງແລ້ງກັນດານທາງດ້ານຫນ້າພູ.