\v 3 ປະຊາຊົນທັງຫມົດຈຶ່ງຖອດຕຸ້ມຫູຄຳຈາກຫູຂອງພວກເຂົາ ແລະ ໄດ້ນຳມາມອບໃຫ້ແກ່ອາໂຣນ. \v 4 ເມື່ອອາໂຣນໄດ້ຮັບຄຳຈາກພວກເຂົາແລ້ວ, ຈຶ່ງໃຊ້ເຄື່ອງມືຫລໍ່, ແລະໄດ້ຫລໍ່ເປັນຮູບລູກງົວໂຕຫນຶ່ງ. ແລ້ວປະຊາຊົນໄດ້ເວົ້າວ່າ, "ອິສະຣາເອນເອີຍ, ສິ່ງນີ້ແຫລະເປັນພະຂອງເຈົ້າ ຊຶ່ງໄດ້ນຳເຈົ້າອອກມາຈາກແຜ່ນດິນເອຢິບ."