\v 24 ເບຊາເລນໄດ້ເຮັດຖານເງິນສຳລັບຮອງຮັບເດືອຍຈຳນວນສີ່ສິບອັນໃຕ້ໂຄງໄມ້ຊາວອັນ. ມີຖານສອງອັນໃຕ້ຂອງໄມ້ຫນຶ່ງອັນ ເພື່ອເຊື່ອມອີກໂຄງຫນຶ່ງເຂົ້າດ້ວຍກັນ, ແລະຖານສອງອັນໃຕ້ແຕ່ລະໂຄງເພື່ອເຊື່ອມຕໍ່ແຕ່ລະໂຄງເຂົ້າດ້ວຍກັນ. \v 25 ດ້ານທີສອງຂອງຫໍເຕັນຂ້າງທິດເຫນືອນັ້ນ, ເຂົາໄດ້ເຮັດໂຄງໄມ້ຊາວອັນ. \v 26 ແລະຖານເງິນຮອງຮັບເດືອຍສີ່ສິບຖານ. ມີຖານຮອງຮັບຫ້ອຍສອງອັນໃຕ້ໂຄງໄມ້ອັນທຳອິດ, ອີກສອງອັນໃຕ້ຂອບຖັດໄປ, ແລະຕໍ່ໄປເລື້ອຍໆ.