\v 3 ຢ່າໃຫ້ຜູ້ໃດໄດ້ມາປາກົດຕົວທີ່ໃດເທິງພູກັບເຈົ້າ. ຢ່າໃຫ້ຝູງສັດ ຫລືເຫລົ່າສັດ ແມ້ແຕ່ມາກິນຫຍ້າຢູ່ຫນ້າພູນີ້ກໍບໍ່ໄດ້." \v 4 ດັ່ງນັ້ນໂມເຊຈຶ່ງຕັດຫີນສອງແຜ່ນເຫມືອນຊຸດທຳອິດ, ແລະລາວກໍໄດ້ຕື່ນແຕ່ເຊົ້າ ແລະໄດ້ຂຶ້ນໄປເທິງພູຊີນາຍ, ຕາມພຣະຄຳສັ່ງຂອງພຣະຢາເວທີ່ໄດ້ຊົງສັ່ງລາວ. ໂມເຊໄດ້ຖືຫີນສອງແຜ່ນໄວ້ໃນມືຂອງລາວ.