\v 12 ເປັນຫຍັງຈະໃຫ້ຄົນອີຢິບກ່າວວ່າ, 'ພຣະອົງນຳພວກເຂົາອອກມາເພື່ອຈະທຳຮ້າຍພວກເຂົາ, ເພື່ອຈະປະຫານພວກເຂົາເທິງພູນີ້ ແລະທຳລາຍພວກເຂົາເສຍຈາກແຜ່ນດິນໂລກ?' ຂໍພຣະອົງຫັນກັບຈາກຄວາມໂກດຮ້າຍອັນແຮງກ້າ ແລະ ຂໍປ່ຽນໃຈຢ່າລົງໂທດປະຊາຊົນຂອງພຣະອົງເຊັ່ນນີ້ເລີຍ. \v 13 ຂໍໂຜດລະນຶກເຖິງ ອັບຣາຮາມ ແລະ ອີຊາກ ແລະອິສະຣາເອນ, ຜູ້ຮັບໃຊ້ຂອງພຣະອົງ, ພຣະອົງເອງໄດ້ໃຫ້ຄຳປະຕິຍານດ້ວຍພຣະນາມຂອງພຣະອົງເອງ ແລະກ່າວກັບພວກເພິ່ນວ່າ, 'ເຮົາຈະໃຫ້ເຊື້ອສາຍຂອງພວກເຈົ້າຢ່າງຫລວງຫລາຍ ເຫມືອນດັ່ງດວງດາວໃນຟ້າສະຫວັນ, ແລະເຮົາຈະຍົກແຜ່ນດິນນີ້ທັງຫມົດທີ່ເຮົາສັນຍາໃຫ້ແກ່ ເຊື້ອສາຍຂອງພວກເຈົ້າ ພວກເຂົາຈະໄດ້ຮັບເປັນມໍຣະດົກຕະຫລອດໄປ.'" \v 14 ແລ້ວພຣະຢາເວຈຶ່ງປ່ຽນພຣະທັຍ ບໍ່ຊົງລົງໂທດຕາມທີ່ພຣະອົງໄດ້ກ່າວໄວ້ແກ່ປະຊາຊົນຂອງພຣະອົງ.