2019-10-22 01:29:56 +00:00
|
|
|
\v 14 ຝູງຕັກແຕນໄປທົ່ວແຜ່ນດີນເອຢິບ ແລະເກາະຢູ່ທົ່ວທຸກສ່ວນຂອງເອຢິບ. ແຕ່ກ່ອນບໍ່ເຄີຍມີຕັກແຕນຝູງໃຫຍ່ໃນແຜ່ນດີນຢ່າງນີ້ເລີຍ, ແລະຫລັງຈາກນີ້ຈະບໍ່ມີເຫດການຢ່າງນີ້ອີກເລີຍ. \v 15 ພວກມັນປົກຄຸມທົ່ວແຜ່ນດີນທັງຫມົດ ຈົນເຮັດໃຫ້ທຸກຢ່າງມືດໄປ. ພວກມັນກີນພືດພັນທຸກຢ່າງໃນແຜ່ນດີນ ແລະຫມາກໄມ້ຈາກຕົ້ນທັງຫມົດຊຶ່ງເຫລືອຈາກຫມາກເຫັບທຳລາຍ. ທົ່ວທັງແຜ່ນດີນເອຢິບນັ້ນ, ຈະບໍ່ມີພືດໃບຂຽວສົດເຫລືອເລີຍ, ບໍ່ວ່າຕົ້ນໄມ້ຫລືພືດພັນໃດ
|