2019-11-02 09:52:38 +00:00
|
|
|
\v 16 ໃນມື້ທີສາມ, ເມື່ອເຖີງຕອນເຊົ້າ, ກໍ່ຟ້າຮ້ອງແລະຟ້າແມບເມກຫນາປົກຄຸມເທິງພູ, ແລະມີສຽງເປົ່າແກດັ່ງຫລາຍ, ຈົນປະຊາຊົນທັງຫມົດຢູ່ໃນຄ້າຍຢ້ານຫລາຍຈົນໂຕສັ່ນ. \v 17 ໂມເຊນຳປະຊາຊົນໃຫ້ອອກມາຈາກຄ້າຍໄປເພື່ອພົບພຣະເຈົ້າ, ແລະພວກເຂົາມາຢືນຢູ່ຕີນພູ. \v 18 ພູຊີນາຍມີຄວັນປົກຄຸມຢູ່ທັງຫມົດ ເພາະພຣະຢາເວສະເດັດລົງມາເທິງພູນັ້ນໃນໄຟແລະຄວັນ. ເຫມືອນຄວັນຈາກເຕົາເຜົາ, ແລະຫນ່ວຍພູທັງຫມົດກໍສັ່ນຢ່າງຮຸນແຮງ.
|