lo_est_tn_l3/09/01.txt

42 lines
5.1 KiB
Plaintext

[
{
"title": "ໃນເດືອນທີສິບສອງ, ຄືເດືອນອາດານ, ໃນວັນທີສິບສາມ",
"body": "ແປຕາມທີ່ທ່ານໄດ້ແປປະໂຫຍກທີ່ຄ້າຍຄືກັນໃນ 3:12."
},
{
"title": "ເມື່ອກົດຫມາຍຂອງກະສັດ ແລະ ຄຳສັ່ງກຳລັງຈະຖືກສົ່ງອອກໄປນັ້ນ",
"body": "ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ເປັນຮູບພຣະທັມ. ອາດແປໄດ້ອີກວ່າ: \"ເມື່ອປະຊາຊົນກຳລັງຈະປະຕິບັດກົດຫມາຍ ແລະ ດຳຣັດຂອງກະສັດ\" (ເບິ່ງເພີ່ມເຕີມ: figs_activepassive)"
},
{
"title": "ເມື່ອກົດຫມາຍຂອງກະສັດ ແລະ ຄຳສັ່ງກຳລັງຈະຖືກສົ່ງອອກໄປນັ້ນ",
"body": "\"ສົ່ງອອກໄປ\" ແມ່ນຄຳສະແດງທີ່ມີຄວາມຫມາຍວ່າ ເຮັດບາງສິ່ງບາງຢ່າງຕາມທີ່ຖືກບັນຊາຫລືວາງແຜນໄວ້. ອາດແປໄດ້ອີກວ່າ: \"ເມື່ອປະຊາຊົນກຳລັງຈະເຊື່ອຟັງກົດຫມາຍ ແລະ ດຳ ຣັດຂອງກະສັດ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ຈະມີອຳນາດເຫນືອພວກເຂົາ",
"body": "ການໄດ້ຮັບອຳນາດເຫນືອປະຊາຊົນແມ່ນຄຳສະແດງສຳລັບການເອົາຊະນະພວກເຂົາ. ອາດແປໄດ້ອີກວ່າ: \"ເພື່ອເອົາຊະນະຊາວຢິວ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": " ແຕ່ກັບກາຍເປັນ",
"body": "\"ສະຖານະການໄດ້ຖືກກັບຄືນ.\" ສະຖານະການທີ່ຖືກກັບຄືນແມ່ນຄຳປຽບທຽບທີ່ມີຄວາມຫມາຍວ່າ ກົງກັນຂ້ວາມກັບສິ່ງທີ່ຄາດຫວັງໃຫ້ເກີດຂຶ້ນ. ອາດແປໄດ້ອີກວ່າ: \"ສິ່ງທີ່ກົງກັນຂ້ວາມເກີດຂຶ້ນ\" (ເບິ່ງເພີ່ມເຕີມ: figs_metaphor)"
},
{
"title": "ທຸກແຂວງ",
"body": "ແປຄືໃນ 1: 1."
},
{
"title": "ເພື່ອວາງມືໃສ່ຄົນເຫລົ່ານັ້ນທີ່ພະຍາຍາມນຳພັຍພິບັດມາໃຫ້ພວກເຂົາ",
"body": "ການວາງມືໃສ່ຄົນແມ່ນຄຳອຸປະມາ ເພື່ອຕໍ່ສູ້ກັບພວກເຂົາ. ອາດແປໄດ້ອີກວ່າ: \"ເພື່ອຕໍ່ສູ້ກັບສັດຕຣູຂອງພວກເຂົາ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ຄົນເຫລົ່ານັ້ນທີ່ພະຍາຍາມນຳພັຍພິບັດມາໃຫ້ພວກເຂົາ",
"body": "ການນຳເອົາພັຍພິບັດມາສູ່ປະຊາຊົນແມ່ນຄຳສະແດງທີ່ເຮັດໃຫ້ມີພັຍພິບັດເກີດຂຶ້ນກັບພວກເຂົາ. ໃນກໍລະນີນີ້ມັນຫມາຍເຖິງ ການທຳລາຍພວກມັນ. ອາດແປໄດ້ອີກວ່າ: \"ຜູ້ທີ່ພະຍາຍາມທໍາລາຍພວກເຂົາ\" (ເບິ່ງເພີ່ມເຕີມ: figs_idiom)"
},
{
"title": "ບໍ່ມີໃຜຢືນຢັດຕໍ່ສູ້ພວກເຂົາໄດ້",
"body": "ການຢືນຢັດຕໍ່ສູ້ປະຊາຊົນເປັນຕົວແທນໃຫ້ຕ້ານທານກັບການໂຈມຕີຂອງພວກເຂົາ. ອາດແປໄດ້ອີກວ່າ: \"ບໍ່ມີໃຜສາມາດຕ້ານການໂຈມຕີຂອງຊາວຢິວໄດ້\" ຫລື \"ບໍ່ມີໃຜສາມາດຕໍ່ສູ້ກັບຊາວຢິວໄດ້ຢ່າງປະສົບຜົນສຳເລັດ\" (ເບິ່ງເພີ່ມເຕີມ: figs_metonymy)"
},
{
"title": "ຄວາມຢ້ານທີ່ມີຕໍ່ພວກຢິວໄດ້ຕົກຢູ່ນຳຄົນທັງປວງ",
"body": "ຄວາມຢ້ານກົວທີ່ຕົກໃສ່ປະຊາຊົນເປັນຕົວແທນຂອງຄົນທີ່ມີຄວາມຢ້ານກົວຫລາຍ. ອາດແປໄດ້ອີກວ່າ: \"ປະຊາຊົນທັງຫມົດໄດ້ຢ້ານກົວຊາວຢິວຫລາຍ\" (ເບິ່ງເພີ່ມເຕີມ: figs_metaphor)"
}
]