lo_est_text_ulb_l3/03/08.txt

1 line
1.1 KiB
Plaintext

\v 8 ແລ້ວຮາມານໄດ້ທູນກະສັດອາ​ຫາ​ສຸ​ເອ​ຣັດວ່າ, "ໃນອານາຈັກຂອງພຣະອົງມີຊົນຊາດຫນຶ່ງທີ່ກະແຈກກະຈາຍແຍກກັນຢູ່ໄປທົ່ວທຸກແຂວງ. ກົດຫມາຍຂອງພວກເຂົາແຕກຕ່າງຈາກກົດຫມາຍຂອງກະສັດ, ແລະ ຫາກປ່ອຍພວກເຂົາໄວ້ ກໍບໍ່ເກີດ ປະໂຫຍດອັນໃດຕໍ່ກະສັດ. \v 9 ຫາກເປັນທີ່ພໍໃຈກະສັດ, ຂໍພຣະອົງໄດ້ຊົງບັນຊາໃຫ້ຂ້າພວກເຂົາເສຍ, ແລະ ຂ້າພຣະເຈົ້າຈະຖວາຍເງິນຈຳນວນຫນຶ່ງຫມື່ນຕະລັນ ໃຫ້ແກ່ຜູ້ທີ່ຮັບຜິດຊອບພຣະຣາຊກິດຂອງກະສັດ, ເພື່ອໃຫ້ເຂົາເອົາໄປໃສ່ໄວ້ໃນພຣະຄັງຂອງກະສັດ."