lo_est_text_ulb_l3/05/09.txt

1 line
1.6 KiB
Plaintext

\v 9 ຮາມານກັບໄປມື້ນັ້ນດ້ວຍຄວາມດີໃຈ ແລະ ມີອາລົມດີ. ແຕ່ເມື່ອຮາມານເຫັນມໍເດໄກທີ່ຫນ້າປະຕູຂອງກະສັດ, ກໍເຫັນວ່າມໍເດໄກບໍ່ໄດ້ຢືນຂຶ້ນ ຫລືຕົວສັ່ນສະທ້ານດ້ວຍຄວາມຢ້ານຕໍ່ຫນ້າເຂົາ, ຄວາມຄຽດຮ້າຍຕໍ່ມໍເດໄກກໍເກີດຂຶ້ນຢູ່ພາຍໃນເຂົາ. \v 10 ເຖິງຢ່າງໃດກໍດີ, ຮາມານໄດ້ຫ້າມໃຈຕົວເອງ ແລະ ກັບບ້ານຂອງເຂົາ. ແລ້ວຮາມານກໍສົ່ງຄົນໄປເຊີນສະຫາຍຂອງເຂົາມາ ແລະຮວມຕົວກັນພ້ອມທັງ ນາງເຊເຣເຊ ເມຍຂອງເຂົາ. \v 11 ແລ້ວຮາມານກໍເລົ່າໃຫ້ພວກເຂົາຟັງເຖິງຄວາມຮັ່ງມີຂອງເຂົາ, ຈຳນວນລູກຊາຍທັງຫລາຍຂອງເຂົາ, ແລະ ທີ່ກະສັດໄດ້ຊົງເລື່ອນຕຳແຫນ່ງທັງຫລາຍຊຶ່ງກະສັດໄດ້ໃຫ້ກຽດຕິຍົດແກ່ເຂົາ, ແລະ ອຳນາດທີ່ເຂົາໄດ້ຮັບເຫນືອຂ້າຣາຊະການ ແລະ ຂ້າຮັບໃຊ້ທັງປວງຂອງກະສັດ.