lo_est_text_ulb_l3/01/19.txt

1 line
1.1 KiB
Plaintext

\v 19 ຫາກເປັນທີ່ພໍພຣະທັຍກະສັດ, ໃຫ້ພຣະອົງໄດ້ຊົງສົ່ງສານອອກໄປ ແລະ ໃຫ້ຂຽນໃນກົດຫມາຍຂອງເປີເຊັຽ ແລະເມເດັຽ, ຊຶ່ງບໍ່ສາມາດເພີກຖອນໄດ້ວ່າ, ນາງວາຊະຕີຈະຊົງບໍ່ໄດ້ເຂົ້າພົບພຣະອົງອີກ. ຂໍໃຫ້ກະສັດໄດ້ຊົງມອບຕຳແຫນ່ງພຣະຣາຊີນີຂອງນາງ ໃຫ້ແກ່ຜູ້ອື່ນທີ່ເຫມາະສົມກວ່ານາງ. \v 20 ເມື່ອກະສັດໄດ້ຊົງປະກາດສານອອກໄປທົ່ວຣາຊະອານາຈັກທີ່ກວ້າງໃຫຍ່ຂອງພຣະອົງ, ເມຍທັງຫລາຍຈະຕ້ອງໃຫ້ກຽດແກ່ຜົວຂອງພວກນາງ, ບໍ່ເວັ້ນແມ່ນແຕ່ຜູ້ທີ່ເລັກນ້ອຍທີ່ສຸດເຖິງຜູ້ສຳຄັນທີ່ສຸດ."