lo_est_text_ulb_l3/09/30.txt

1 line
1.4 KiB
Plaintext

\v 30 ຈົດຫມາຍເຫລົ່ານັ້ນກໍໄດ້ຖືກສົ່ງໄປເຖິງພວກຢິວໃນແຂວງທັງ 127 ແຫ່ງທົ່ວອານາຈັກຂອງກະສັດອາ​ຫາ​ສຸ​ເອ​ຣັດ, ອວຍພອນໃຫ້ພວກຢິວປອດພັຍ ແລະຢູ່ເຢັນເປັນສຸກ. \v 31 ຈົດຫມາຍເຫລົ່ານີ້ຢືນຢັນໃຫ້ຖືຮັກສາວັນຕ່າງໆ ຂອງປູຣີມຕາມເວລາທີ່ໄດ້ກຳນົດໄວ້, ຕາມທີ່ມໍເດໄກຊາວຢິວ ແລະພຣະຣາຊີນີເອສະເທີໄດ້ໃຫ້ຊາວຢິວຖືປະຕິບັດ. ພວກຢິວກໍຍອມຮັບ ແລະຖືປະຕິບັດສຳລັບພວກເຂົາ ແລະລູກຫລານຂອງພວກເຂົາ ເຫມືອນເຊັ່ນດຽວກັບທີ່ພວກເຂົາໄດ້ຍອມຮັບການອົດອາຫານ ແລະ ການຄ້ຳຄວນ. \v 32 ຄຳສັ່ງຂອງນາງເອສະເທີ ໄດ້ຢືນຢັນຂໍ້ບັງຄັບເຫລົ່ານີ້ເຖິງເລື່ອງຂອງເທສະການປູຣີມ ແລະໄດ້ມີບັນທຶກໄວ້ໃນຫນັງສື.