lo_est_text_ulb_l3/09/26.txt

1 line
1.8 KiB
Plaintext

\v 26 ດັ່ງນັ້ນພວກເຂົາຈຶ່ງຮ້ອງວັນນັ້ນວ່າ ປູຣິມ, ຕາມຊື່ຂອງການຈົກສະຫລາກ. ເພາະວ່າທຸກສິ່ງໄດ້ຂຽນເອົາໄວ້ໃນຈົດຫມາຍ, ແລະ ທຸກສິ່ງທີ່ໄດ້ເຫັນ ແລະທຸກສິ່ງທີ່ໄດ້ເກີດຂຶ້ນແກ່ພວກເຂົາ, \v 27 ພວກຢິວໄດ້ຍອມຮັບເອົາທຳນຽມໃຫມ່ແລະ ຫນ້າທີ່ຂອງພວກເຂົາ. ທຳນຽມນີ້ມີໄວ້ສຳລັບພວກເຂົາເອງ, ຕະຫລອດຈົນລູກຫລານຂອງພວກເຂົາ ແລະທຸກຄົນທີ່ຮ່ວມກັບພວກເຂົາ. ເພື່ອໃຫ້ພວກເຂົາໄດ້ສະເຫລີມສະຫລອງໃນສອງວັນນີ້ຂອງທຸກໆປີ. ທີ່ພວກເຂົາຈະສະເຫລີມສະຫລອງໃນແບບທີ່ພວກເຂົາທຳ ແລະໃນຊ່ວງເວລາດຽວກັນນັ້ນຂອງທຸກໆປີ. \v 28 ໃຫ້ວັນເຫລົ່ານີ້ເປັນວັນສະເຫລີມສະຫລອງ ແລະໃຫ້ຖືປະຕິບັດກັນໃນທຸກຊົ່ວອາຍຸຄົນ, ທຸກຄອບຄົວ, ທຸກແຂວງແລະທຸກເມືອງ. ໃຫ້ພວກຢິວ ແລະລູກຫລານຂອງພວກເຂົາທີ່ຈະບໍ່ຢຸດ ແລະຖືປະຕິບັດວັນປູຣິມ ນີ້ຢ່າງສັດຊື່ ເພື່ອບໍ່ໃຫ້ພວກເຂົາລືມວັນເຫລົ່ານີ້.