lo_est_text_ulb_l3/06/10.txt

1 line
1.1 KiB
Plaintext

\v 10 ແລ້ວກະສັດກໍໄດ້ກ່າວກັບຮາມານວ່າ, "ຈົ່ງຮີບໄປ, ນຳເອົາຊຸດຂອງເຮົາ ແລະ ມ້າມາເຫມືອນທີ່ທ່ານໄດ້ກ່າວມານັ້ນ, ແລະຈົ່ງເຮັດສິ່ງນັ້ນແກ່ມໍເດໄກ ຊາຍຊາວຢິວຜູ້ທີ່ນັ່ງຢູ່ທີ່ປະຕູຂອງກະສັດ. ຢ່າໃຫ້ຂາດໄປແມ່ນແຕ່ສິ່ງດຽວ ຕາມທີ່ທ່ານໄດ້ກ່າວມານັ້ນ." \v 11 ແລ້ວຮາມານຈຶ່ງໄດ້ນຳຊຸດ ແລະ ມ້າມາ. ເຂົາໄດ້ໃສ່ຊຸດໃຫ້ກັບມໍເດໄກ ແລະ ໄດ້ພາເຂົານັ່ງເທິງມ້າ ແລະ ຜ່ານໄປກາງເມືອງ. ເຂົາໄດ້ຮ້ອງປະກາດນຳຫນ້າເຂົາວ່າ "ນີ້ຄືຜູ້ທີ່ກະສັດໄດ້ຊົງໂປດປານ ເຂົາກໍເປັນເຊັ່ນນີ້ແຫລະ!"