lo_est_text_ulb_l3/06/04.txt

1 line
1.4 KiB
Plaintext

\v 4 ກະສັດກ່າວວ່າ, "ໃຜຢູ່ໃນເດີ່ນດ້ານຫນ້າ?" ຂະນະນັ້ນຮາມານໄດ້ເຂົ້າມາໃນເດີ່ນຂອງຣາຊະວັງຂອງກະສັດ ເພື່ອທູນພຣະອົງເລື່ອງທີ່ຈະນຳມໍເດໄກໄປແຂວນຄໍທີ່ບ່ອນແຂວນຄໍທີ່ເຂົາໄດ້ຈັດຕຽມເອົາໄວ້. \v 5 ຂ້າຮັບໃຊ້ຂອງກະສັດໄດ້ທູນຕໍ່ພະອົງວ່າ, "ຮາມານກຳລັງຢູ່ທີ່ເດີ່ນດ້ານຫນ້າ." ກະສັດຈຶ່ງໄດ້ບອກວ່າ, "ໃຫ້ເຂົາເຂົ້າມາ." \v 6 ເມື່ອຮາມານໄດ້ເຂົ້າມາແລ້ວ, ກະສັດໄດ້ເວົ້າກັບເຂົາວ່າ, "ຊາຍທີ່ໄດ້ຮັບຄວາມໂປດປານຈາກກະສັດຄວນໄດ້ຮັບສິ່ງໃດເພື່ອໃຫ້ກຽດຕອບແທນການກະທຳຂອງເຂົາ?" ຮາມານໄດ້ຄິດຢູ່ໃນໃຈ, "ມີໃຜອີກທີ່ໄດ້ຮັບຄວາມໂປດປານ ແລະກຽດຕິຍົດຈາກກະສັດຫລາຍໄປກວ່າຕົວຂ້ອຍ?"