lo_est_text_ulb_l3/06/01.txt

1 line
1.4 KiB
Plaintext

\c 6 \v 1 ໃນຄືນນັ້ນກະສັດບໍ່ສາມາດນອນໄດ້. ພະອົງຈຶ່ງໄດ້ຊົງສັ່ງໃຫ້ຂ້າຮັບໃຊ້ນຳບັນທຶກລາຍງານໃນຣາຊະການຂອງພຣະອົງມາ, ແລະ ພວກເຂົາກໍໄດ້ອ່ານອອກສຽງດັງໃຫ້ກະສັດຟັງ. \v 2 ໃນບັນທຶກນັ້ນພົບວ່າມີເຫດການທີ່ມໍເດໄກ ໄດ້ທູນເລື່ອງບິກທານາ ແລະ ເຕເຣເຊ, ຊາຍຕອນຂອງພຣະອົງສອງຄົນທີ່ໄດ້ເຝົ້າຍາມຕົງປະຕູຂອງກະສັດ ຊຶ່ງໄດ້ພະຍາຍາມວາງແຜນລອບສັງຫານກະສັດອາ​ຫາ​ສຸ​ເອ​ຣັດ. \v 3 ກະສັດໄດ້ຖາມວ່າ, "ມໍເດໄກໄດ້ຮັບກຽດ ຫລືການຍ້ອງຍໍເປັນທີ່ຈົດຈຳໃດໆເພາະເລື່ອງນີ້ຫລືບໍ່?" ແລ້ວຂ້າຮັບໃຊ້ທີ່ໄດ້ບົວລະບັດຮັບໃຊ້ພຣະອົງຢູ່ ໄດ້ທູນຕອບວ່າ, "ຍັງບໍ່ໄດ້ເຮັດຫຍັງໃຫ້ເຂົາເລີຍ."