lo_est_text_ulb_l3/04/13.txt

1 line
1002 B
Plaintext

\v 13 ມໍເດໄກຈຶ່ງຝາກຂໍ້ຄວາມກັບໄປວ່າ: "ທ່ານຕ້ອງບໍ່ຄິດວ່າເຈົ້າ ຈະລອດພົ້ນຈາກການທຳລາຍຊົນຊາດຢິວທັງຫມົດເພາະທ່ານຢູ່ໃນ ຣາຊະວັງຂອງກະສັດນັ້ນ. \v 14 ຖ້າຫາກທ່ານຍັງມິດງຽບເຊັ່ນນີ້ຕໍ່ໄປ, ການຊ່ວຍເຫລືອ ແລະການຊ່ວຍກູ້ຂອງຊົນຊາດຢິວຄົງມາຈາກທີ່ອື່ນ, ແຕ່ທ່ານ ແລະ ຄອບຄົວຂອງທ່ານເອງກໍຕ້ອງພິນາດດ້ວຍເຊັ່ນດຽວກັນ. ບາງທີການທີ່ທ່ານໄດ້ຮັບຕຳແຫນ່ງຣາຊີນີນີ້ ກໍເພື່ອການນີ້ກໍເປັນໄດ້ ໃຜຈະຮູ້ໄດ້?"