lo_est_text_ulb_l3/04/01.txt

1 line
1.3 KiB
Plaintext

\c 4 \v 1 ເມື່ອມໍເດໄກໄດ້ຮູ້ທຸກຢ່າງທີ່ໄດ້ເກີດຂຶ້ນແລ້ວ, ທ່ານກໍຈີກເສື້ອຜ້າຂອງທ່ານອອກ ແລະໃສ່ຜ້າກະສອບ ແລະໂຮຍຂີ້ເຖົ່າ, ທ່ານໄດ້ອອກໄປກາງເມືອງຮ້ອງໄຫ້ ແລະ ຄ້ຳຄວນສຽງດັງດ້ວຍຄວາມຂົມຂື່ນ. \v 2 ທ່ານໄດ້ຂຶ້ນໄປເຖິງແຕ່ປະຕູຂອງກະສັດເທົ່ານັ້ນ ເພາະໃຜກໍຕາມທີ່ໃສ່ຜ້າກະສອບຈະບໍ່ໄດ້ຮັບອານຸຍາດໃຫ້ຜ່ານເຂົ້າໄປ. \v 3 ໃນທຸກແຂວງ, ທີ່ຈົດຫມາຍ ແລະຄຳບັນຊາຂອງກະສັດໄດ້ໄປເຖິງ ກໍເກີດຄວາມໂສກເສົ້າເສຍໃຈຢ່າງໃຫຍ່ຫລວງ ທ່າມກາງຄົນຢິວ, ມີການອົດອາຫານ, ການຮ້ອງໄຫ້, ແລະ ການຄ້ຳຄວນ. ມີຄົນຫລາກຫລາຍໃສ່ຜ້າກະສອບ ແລະໂຮຍຂີ້ເຖົ່າ.