lo_eph_tn_l3/02/19.txt

30 lines
4.2 KiB
Plaintext

[
{
"title": "ເຈົ້າເຊິ່ງເປັນຄົນຕ່າງຊາດ...ຄົນໃນຄອບຄົວຂອງພຣະເຈົ້າ",
"body": "ໂປໂລໄດ້ເວົ້າເຖິງສະພາບຝ່າຍວິນຍານຂອງຄົນຕ່າງຊາດອີກເທື່ອຫນຶ່ງຫລັງຈາກພວກເຂົາໄດ້ກາຍເປັນຜູ້ເຊື່ອ ເຫມືອນກັບເປັນການເວົ້າເຖິງຄົນຕ່າງຊາດທີ່ໄດ້ກາຍເປັນພົນລະ\nເມືອງຂອງອີກປະເທດຫນຶ່ງ. (ເບິ່ງ: figs_metaphor)"
},
{
"title": "ເຈົ້າໄດ້ຮັບການສ້າງຂຶ້ນເທິງພື້ນຖານ",
"body": "ໂປໂລເວົ້າເຖິງຄົນຂອງພຣະເຈົ້າເຫມືອນກັບວ່າພວກເຂົາເປັນອາຄານຫລັງຫນຶ່ງ. ພຣະຄຣິດຊົງເປັນຫິນເສົາເອກ, ພວກສາວົກເປັນຮາກຖານ, ແລະບັນດາຜູ້ເຊື່ອເປັນໂຄງຮ່າງ. (ເບິ່ງ: figs_metaphor)"
},
{
"title": "ທ່ານໄດ້ຮັບການສ້າງຂຶ້ນ",
"body": "ປະໂຫຍກນີ້ສາມາດລຽງໃຫມ່ໃຫ້ປະທານໃນປະໂຫຍກມາເປັນຜູ້ເຮັດກໍ່ໄດ້. ແປອີກຢ່າງຫນຶ່ງວ່າ: ''ພຣະເຈົ້າໄດ້ຊົງສ້າງເຈົ້າຂຶ້ນ\" (ເບິ່ງ: figs_activepassive)"
},
{
"title": "ຕົວອາຄານທັງຫມົດເຊື່ອມຕໍ່ກັນແລະຈະເລີນຂຶ້ນເປັນວິຫານຂອງອົງພຣະຜູ້ເປັນເຈົ້າ",
"body": "ໂປໂລຍັງຄົງເວົ້າເຖິງຄອບຄົວຂອງພຣະຄຣິດຕໍ່ໄປວ່າເປັນ\nເຫມືອນຕົວອາຄານ ເຊັ່ນດຽ່ວກັບຜູ້ສ້າງໄດ້ເອົາກ້ອນຫີນມາຊ້ອນລວມກັນຂຶ້ນໃນຂະນະທີ່ສ້າງ ພຣະຄຣິດກໍ່ຊົງເອົາເຮົາທຸກຄົນມາຮ່ວມກັນເຊັ່ນດຽວກັນ (ເບິ່ງ: figs_metaphor)"
},
{
"title": "ໃນພຣະອົງ...ຂອງອົງພຣະຜູ້ເປັນເຈົ້າ...ໃນພຣະອົງ",
"body": "ໃນພຣະຄຣິດ...ໃນອົງພຣະເຢຊູເຈົ້າ...ໃນພຣະຄຣິດ ພາບປຽບທຽບເຫລົ່ານີ້ເນັ້ນໃຫ້ເຫັນເຖິງຄວາມສຳພັນທີ່ຫນຽວແຫ້ນລະຫວ່າງພຣະຄຣິດກັບບັນດາຄົນທີ່ເຊື່ອໃນພຣະອົງ. (ເບິ່ງ: figs_metaphor)"
},
{
"title": "ເຈົ້າກຳລັງຖືກສ້າງຂຶ້ນພ້ອມກັນເພື່ອໃຫ້ເປັນທີ່ສະຖິດຂອງພຣະເຈົ້າແລະພຣະວິນຍານດ້ວຍ",
"body": "ນີ້ເປັນການບັນລະຍາຍເຖິງການທີ່ຜູ້ເຊື່ອຖືກນຳລວມກັນເພື່ອໃຫ້ກາຍເປັນສະຖານທີ່ໆພຣະເຈົ້າຊົງສະຖິດຢ່າງຖາວອນໂດຍຣິດເດດຂອງພຣະວິນຍານບໍຣິສຸດ. (ເບິ່ງ: figs_metaphor)"
},
{
"title": "ເຈົ້າກຳລັງຖືກສ້າງຂຶ້ນພ້ອມກັນ",
"body": "ປະໂຫຍກນີ້ສາມາດປຽ່ນໃຫ້ປະທານປະໂຫຍກເປັນຜູ້ເຮັດແທນກໍ່ໄດ້. ແປອີກຢ່າງຫນຶ່ງວ່າ: ''ພຣະເຈົ້າໄດ້ຊົງສ້າງພວກເຈົ້າຂຶ້ນພ້ອມກັນດ້ວຍ'' (ເບິ່ງ: figs_activepassive)"
}
]