Mon Nov 25 2019 20:52:46 GMT+0700 (SE Asia Standard Time)

This commit is contained in:
Xayaso2 2019-11-25 20:52:47 +07:00
commit 3329e6ba34
163 changed files with 219 additions and 0 deletions

1
01/01.txt Normal file
View File

@ -0,0 +1 @@
\v 1 ໃນປີທີສາມທີ່ເຢໂຮຍອາກິມໄດ້ເປັນກະສັດເເຫ່ງຢູດາຍ, ເນບູກາດເນັດຊາ ກະສັດບາບີໂລນໄດ້ສະເດັດມາຍັງເມືອງເຢຣູຊາເລັມ ເເລະ ຊົງລ້ອມເມືອງໄວ້ ເພື່ອເປັນການຕັດສະບຽງທັງຫມົດທີ່ຈະຜ່ານເຂົ້າໃນເມືອງ. \v 2 ອົງພຣະຜູ້ເປັນເຈົ້າໄດ້ໃຫ້ໄຊຊະນະເເກ່ເນບູກາດເນັດຊາ ເຫນືອເຢໂຮຍອາກິມກະສັດແຫ່ງຢູດາ, ເເລະ ພຣະອົງໄດ້ມອບວັດຖຸສັກສິດບາງອັນຈາກວິຫານຂອງພຣະເຈົ້າ. ພຣະອົງຊົງວາງວັດຖຸເຫລົ່ານັ້ນໄວ້ໃນດິນແດນແຫ່ງບາບີໂລນ, ໄວ້ໃນວິຫານຂອງພຣະເຈົ້າຂອງພຣະອົງ, ແລະ ພຣະອົງໄດ້ມອບວາງວັດຖຸສັກສິດໄວ້ໃນຄັງຂອງພຣະເຈົ້າ.

1
01/03.txt Normal file
View File

@ -0,0 +1 @@
\v 3 ກະສັັດໄດ້ສັ່ງອັດສະເປນັດ, ຜູ້ເປັນຫົວຫນ້າຂອງບັນດາຂ້າຣາຊການ, ເພື່ອນຳເອົາຄົນອິດສາ​ຣະະເອນຈຳນວນຫນຶ່ງ, ທັງເຊື້ອພະວົງ ເເລະເຊື້ອສາຍຂຸນນາງ - \v 4 ພວກຊາຍຫນຸ່ມໆທີ່ປາສະຈາກຄຳຕຳຫນິ, ມີຮູບຮ່າງຫນ້າຕາດີ, ຊ່ຽວຊານທາງດ້ານສະຕິປັນຍາທັງຫມົດ, ມີຄວາມຮູ້ຄວາມເຂົ້າໃຈ ເເລະ ຄວາມສາມາດທີ່ຈະຮັບໃຊ້ໃນຣາຊວັງຂອງກະສັດ. ພະອົງຊົງໃຫ້ສອນວັນນະຄະດີ ແລະ ພາສາຂອງບາບິໂລນເເກ່ພວກເຂົາ. \v 5 ກະສັດໄດ້ຊົງກຳນົດອາຫານປານີດສູງ ເເລະ ເຫລົ້າອະງຸ່ນຊຶ່ງກະສັດໄດ້ດື່ມນັ້ນ ໃຫ້ເເກ່ພວກເຂົາທຸກມື້. ພວກຄົນຫນຸ່ມເຫລົ່ານັ້ນໄດ້ຮັບການຝຶກຝົນຢູ່ສາມປີ, ເເລະ ຫລັງຈາກທີ່ຄົບກຳນົດເວລາເເລ້ວນັ້ນ, ພວກເຂົາກໍໄດ້ຮັບໃຊ້ກະສັດ.

1
01/06.txt Normal file
View File

@ -0,0 +1 @@
\v 6 ໃນບັນດາຄົນເຫລົ່ານັ້ນມີຄົນດານີເເອນ, ຮານານີຢາ, ມີຊາເອນ, ແລະ ອາຊາລີຢາ, ມີຊາເອນ, ເເລະ ອາຊາລີຢາ, ເເລະ ປະຊາຊົນຄົນອື່ນໆຂອງຢູດາ. \v 7 ຫົວຫນ້າເຈົ້າຫນ້າທີ່ ໄດ້ຕັ້ງຊື່ໃຫມ່ໃຫ້ພວກເຂົາ: ດານີເເອນໄດ້ເອີ້ນວ່າ ເບັນເຕຊັດຊາເຣ, ຮານານີຢາເອີ້ນວ່າ ຊັດຣາກ, ມີຊາເອນເອີ້ນວ່າ ເມຊາກ, ເເລະ ອາຊາລີຢາເອີ້ນວ່າອາເບັດເນໂກ.

1
01/08.txt Normal file
View File

@ -0,0 +1 @@
\v 8 ເເຕ່ດານີເເອນໄດ້ຕັ້ງໃຈວ່າຈະບໍ່ເຮັດໂຕເປັນມົນທິນດ້ວຍອາຫານປານີດຂອງກະສັດ ຫລືດ້ວຍເຫລົ້າອະງຸ່ນຊຶ່ງພະອົງໄດ້ດື່ມ. ດັ່ງນັ້ນເຂົາຈຶ່ງໄດ້ອະນຸຍາດຫົວຫນ້າຣາຊການ ເພື່ອເຂົາຈະບໍ່ເຮັດໂຕເອງເປັນມົນທິນ. \v 9 ບັດນີ້ພຣະເຈົ້າໄດ້ປຣະທານຄວາມຊື່ນຊົມ ເເລະ ຄວາມເຫັນໃຈດານີເເອນໂດຍຜ່ານຄວາມນັບຖືທີ່ ຫົວຫນ້າຂ້າຣາຊການມີຕໍ່ເຂົາ. \v 10 ຫົວຫນ້າຂ້າຣາຊການໄດ້ກ່າວຕໍ່ດານີເເອນວ່າ, “ຂ້ານ້ອຍຢ້ານກະສັດນາຍຂອງຂ້ານ້ອຍ. ພະອົງໄດ້ຊົງສັ່ງອາຫານ ເເລະເຄື່ອງດື່ມ ທີ່ພວກທ່ານຄວນໄດ້ຮັບປະທານ, ເພາະເຫດໃດຈຶ່ງໃຫ້ພະອົງຄວນເຫັນວ່າພວກທ່ານເບິ່ງຂີ້ຮ້າຍ ກວ່າບັນດາຄົນຫນຸ່ມອາຍຸລຸ້ນລາວຄາວດຽວກັນ? ກະສັດອາດຈະຕັດຫົວຂ້ານ້ອຍເພາະພວກທ່ານ."

1
01/11.txt Normal file
View File

@ -0,0 +1 @@
\v 11 ເເລ້ວດານີເເອນໄດ້ກ່າວເເກ່ຜູ້ຮັບໃຊ້ທີ່ຫົວຫນ້າຂ້າຣາຊການໄດ້ກຳນົດໃຫ້ເບິ່ງເເຍງດານີເເອນ, ຮານານີຢາມີຊາເອນ, ເເລະ ອາຊາລີຢາ. \v 12 ເຂົາໄດ້ກ່າວ່າ, “ຂໍທົດສອບກັບພວກເຮົາ, ຜູ້ຮັບໃຊ້ຂອງທ່ານ, ຈັກສິບວັນ. ຂໍນຳຜັກຕ່າງໆ ມາໃຫ້ເຮົາກິນ ເເລະ ນ້ຳມາໃຫ້ເຮົາດື່ມກໍພໍເເລ້ວ. \v 13 ເເລ້ວກວດເບິ່ງຫນ້າຕາຂອງເຮົາ ທຽບກັບຫນ້າຕາຂອງບັນດາຄົນຫມຸ່ນຜູ້ທີ່ກິນອາຫານປານີດຂອງກະສັດ, ເເລະ ຈົ່ງປະຕິບັດກັບພວກເຮົາ, ຜູ້ຮັບໃຊ້ພວກທ່ານ, ຈາກສິ່ງທີ່ທ່ານໄດ້ເຫັນ."

1
01/14.txt Normal file
View File

@ -0,0 +1 @@
\v 14 ດັ່ງນັ້ນຄົນຮັບໃຊ້ເຫັນດ້ວຍກັບເຂົາທີ່ຈະເຮັດສິ່ງນີ້, ເເລະ ເຂົາໄດ້ທົດສອບພວກເຂົາເປັນເວລາສິບມື້. \v 15 ເມື່ອຄົບສິບມື້ເເລ້ວຮູບຮ່າງຂອງເຂົາກໍເບິ່ງແຂງແຮງດີກວ່າ, ເເລະ ເນື້ອຫນັງເປັ່ງປັ່ງກວ່າບັນດາຄົນຫນຸ່ມທີ່ກິນອາຫານອັນປານີດຂອງກະສັດ. \v 16 ດັ່ງນັ້ນຄົນຮັບໃຊ້ຈຶ່ງເອົາອາຫານປານີດສ່ວນຂອງພວກເຂົາ ເເລະ ເຫລົ້າອາງຸ່ນຊຶ່ງເຂົາຈະໄດ້ກິນນັ້ນໄປ ເເລ້ວໃຫ້ພວກເຂົາພຽງເເຕ່ຜັກເທົ່ານັ້ນ.

1
01/17.txt Normal file
View File

@ -0,0 +1 @@
\v 17 ສຳລັບພວກຄົນຫນຸ່ມທັງສີ່ຄົນນີ້, ພຣະເຈົ້າໄດ້ປຣະທານຄວາມຮູ້ ເເລະ ຄວາມເຂົ້າໃຈຢ່າງຊຳນິຊຳນານທັງປວງ ເເລະ ປັນຍາ, ເເລະ ດານີເເອນກໍໄດ້ສາມາດເຂົ້າໃຈນິມິດ ເເລະ ຄວາມຝັນທຸກຢ່າງ. \v 18 ພໍຮອດກຳນົດເວລາ ທີ່ກະສັດຊົງບັນຊາໃຫ້ເຂົາທັງຫລາຍເຂົ້າເຝົ້າ, ຫົວຫນ້າຂ້າຮາຊການຈຶ່ງນຳພວກເຂົາທັງຫລາຍເຂົ້າມາເຝົ້າເນບູກາດເນັດຊາ.

1
01/19.txt Normal file
View File

@ -0,0 +1 @@
\v 19 ກະສັດໄດ້ກ່າວກັບພວກເຂົາ, ແລະ ໃນບັນດາຄົນຫນຸ່ມເຫລົ່ານັ້ນບໍ່ເຫັນຈັກຄົນຫນຶ່ງທີ່ປຽບທຽບດານີເອນ, ຮານານີຢາ, ມີຊາເອນ, ເເລະ ອາຊາຮີຢາໄດ້. ພວກເຂົາໄດ້ຢືຢັນຕໍ່ຫນ້າກະສັດ, ພ້ອມທີ່ຈະຮັບໃຊ້ພະອົງ. \v 20 ໃນທຸກຄຳຖາມແຫ່ງປັນຍາ ແລະ ຄວາມເຂົ້າໃຈທີ່ກະສັດໄດ້ຖາມພວກເຂົາ, ພະອົງພົບວ່າພວກເຂົາຕອບໄດ້ດີກວ່າຜູ້ມີຄາຖາອາຄົມທັງຫມົດສິບເທົ່າ ແລະ ຜູ້ຄົນເຫລົ່ານັ້ນຊຶ່ງອ້າງວ່າ ເວົ້າກັບຄົນຕາຍໄດ້, ຜູ້ທີ່ຢູ່ໃນອານາຈັກຂອງພະອົງທັງຫມົດ. \v 21 ດານີເອນໄດ້ຮັບໃຊ້ຢູ່ທີ່ນັ້ນເລື້ອຍມາ ຈົນເຖິງສະໄຫມທຳອິດຂອງກະສັດໄຊຣັດ.

1
02/01.txt Normal file
View File

@ -0,0 +1 @@
\v 1 ໃນປີທີສອງຂອງຣາຊການເນບູກາດເນັດຊາພຣະອົງໄດ້ຊົງຝັນ ພະອົງໄດ້ທຸກໃຈເເລະພະອົງບໍ່ສາມາດນອນຫລັບໄດ້ ເເລ້ວກະສັດຈຶ່ງໄດ້ບັນຊາໃຫ້ເອີ້ນເຫລົ່ານັກວິທະຍາຄົມເເລະຄົນເຫລົ່ານັ້ນໄດ້ອ້າງວ່າເວົ້າກັບຄົນຕາຍໄດ້ \v 2 ພະອົງໄດ້ຊົງເອີ້ນຜູ້ຊົງມີເວດມົນຄາຖາເເລະນັກປາດເຂົ້າມາດ້ວຍ ບອກພວກເຂົາໃຫ້ເວົ້າວ່າຄວາມຝັນນັ້ນເປັນຢ່າງໃດ

1
02/03.txt Normal file
View File

@ -0,0 +1 @@
\v 3 ກະສັດໄດ້ກ່າວກັບພວກເຂົາວ່າ“ ເຮົາໄດ້ຝັນເເລະຈິດໃຈຂອງເຮົາກະວົນກະວາຍຢາກຮູ້ວ່າຄວາມຫມາຍຂອງສິ່ງທີ່ໄດ້ຝັນ“ \v 4 ເເລ້ວພວກນັກປາດໄດ້ທູນກະສັດເປັນພາສາວ່າ “ຂ້າເເຕ່ກະສັດຂໍຊົງພະຈະເລີນເປັນນິດ ຂໍຊົງເລົ່າຄວາມຝັນພະອົງໃຫ້ເເກ່ພວກຂ້ານ້ອຍຟັງເພື່ອຂ້ານ້ອຍຈະໄດ້ທູນຖະຫລາຍຄວາມເເກ້ເເດ່ພະອົງ“

1
02/05.txt Normal file
View File

@ -0,0 +1 @@
\v 5 ກະສັດໄດ້ຊົງຕອບພວກນັກປາດວ່າ“ ເລື່ອງນີ້ໄດ້ຕັດສິນເເລ້ວວ່າ ຖ້າເຈົ້າບໍ່ເປີດເຜີຍຄວາມຝັນໃຫ້ເຮົາຮູ້ພ້ອມທັງບໍ່ໃຫ້ເຮົາເເກ້ຄວາມຝັນຮ່າງຂອງເຈົ້າຈະຖືກສີກອອກຈາກກັນ ເເລະບ້ານເຮືອນຂອງເຈົ້າຈະຖືກເຮັດໃຫ້ເປັນກອງຂີ້ເຫຍື້ອ \v 6 ເເຕ່ຖ້າເຈົ້າເປີດເຜີຍຄວາມຝັນ ເເລະຄຳເເກ້ຄວາມຝັນໃຫ້ເຮົາ ເຈົ້າຈະໄດ້ຮັບຂອງຂວັຍຈາກເຮົາ ໄດ້ຮັບລາງວັນ ເເລະໄດ້ຮັບກຽດຕິຍົດຫຍິ່ງໃຫຍ່ ດັ່ງນັ້ນຈຶ່ງເປີດເຜີຍຄວາມຝັນເເລະຄຳເເກ້ຄວາມຝັນໃຫ້ເຮົາ“

1
02/07.txt Normal file
View File

@ -0,0 +1 @@
\v 7 ເຂົາທັງຫລາຍໄດ້ກ່າວອີກຄັ້ງວ່າ “ຂໍກະສັດຊົງເລົ່າຄວາມຝັນໃຫ້ຂ້ານ້ອຍຮູ້ ເພື່ອວ່າຂ້ານ້ອຍຈຶ່ງຈະສາມາດເເກ້ຄວາມຝັນນັ້ນໄດ້ “ \v 8 ກະສັດຕອບວ່າເຮົາຮູ້ເເລ້ວວ່າພວກເຈົ້າຈະພະຍາຍາມທວງເວລາໄວ້ເພາະເຈົ້າເຫັນວ່າການຕັດສິນຂອງເຮົາກັບເລື່ອງນີ້ເດັດຂາດ \v 9 ເເຕ່ຖ້າເຈົ້າບໍ່ບອກຄວາມຝັນໃຫ້ເຮົາໄດ້ຮູ້ ກໍມີຄຳຕັດສິນໃຫ້ເຈົ້າຂໍ້ດຽວ ພວກເຈົ້າໄດ້ຕັດສິນໃຈທີ່ຈະຕຽມຄຳເວົ້າທີ່ເເມ່ນ ເເລະຄຳເວົ້າຫລອກລວງຕໍ່ເຮົາທີ່ພວກເຈົ້າໄດ້ຕົກລົງກັນວ່າຈະເວົ້າກັບເຮົາຈົນກວ່າເຮົາຈະປ່ຽນໄຈຂອງເຮົາ ດັ່ງນັ້ນເເລ້ວ ຈົ່ງບອກຄວາມຝັນເເກ່ເຮົາ ເເລະເຮົາຈະຮູ້ວ່າເຈົ້າເເກ້ຄວາມຝັນໃຫ້ເຮົາໄດ້“

1
02/10.txt Normal file
View File

@ -0,0 +1 @@
\v 10 ພວກນັກປາດຈຶ່ງໄດ້ກ່າວກັບກະສັດວ່າ“ ບໍ່ມີໃຜໃນເເຜ່ນດິນທີ່ີຈະສາມາດຕອບສະຫນອງຈຸດປະສົງຂອງກະສັດໄດ້ເພາະວ່າບໍ່ມີກະສັດຫຍິ່ງໃຫຍ່ເເລະຊົງສະຖິດອົງໃດມີຈຸດປະສົງເຊັ່ນນີ້ຈາກນັກເວດມົນ ຫລືຈາກຜູ້ໃດກໍຕາມໄດ້ອ້າງວ່າໄດ້ເວົ້າກັບຄົນຕາຍ ຫລືຈາກນັກປາດ \v 11 ສິ່ງຊຶ່ງກະສັດຢາກໄດ້ຕາມຈຸດປະສົງນັ້ນບໍ່ມີໃຜຈະບອກຕໍ່ກະສັດໄດ້ນອກຈາກບັນດາເທບພະເຈົ້າເເລະພວກເຂົາຜູ້ບໍ່ໄດ້ຢູ່ກັບມະນຸດ“

1
02/12.txt Normal file
View File

@ -0,0 +1 @@
\v 12 ເຮື່ອງນີ້ເຮັດໃຫ້ກະສັດບໍ່ພໍໃຈເເລະຊົງໃຈຮ້າຍ ເເລະພະອົງໄດ້ມີຮັບສັ່ງໃຫ້ປະຫານຄົນເຫລົ່ານັ້ນໃນບາບີໂລນຜູ້ທີ່ມີຊື່ສຽງເເລະຄວາມສະຫລຽວສະຫລາດຂອງພວກເຂົາ \v 13 ດັ່ງນັ້ນຈຶ່ງໄດ້ມີພະລາຊະອົງທັງຫມົດປະກາດອອກໄປວ່າ ໃຫ້ຂ້າພວກລາຊະບັນດິດທັງຫມົດພ້ອມທັງດານີເອນ ເເລະເພື່ອນຝູງຂອງເພິ່ນ

1
02/14.txt Normal file
View File

@ -0,0 +1 @@
\v 14 ເເລ້ວດານີເອນກໍໄດ້ຕອບດ້ວຍຄວາມຮອບຄອບເເລະສະຫລາດຕໍ່ອາຣີໂອກຜູ້ບັນຊາການທະຫານປະຈຳຣາຊາວັງຜູ້ຊຶ່ງໄດ້ຮັບສັ່ງໃຫ້ອອກໄປຂ້າຜູ້ປຶກສາທັງຫລາຍໃນບາບີໂລນທີ່ມີຊື່ສຽງໃນຄວາມສະຫລຽວສະຫລາດຂອງພວກເຂົາ \v 15 ເພິ່ນໄດ້ຖາມອາຣີໂອກວ່າ“ ເປັນຫຍັງພະລາຊາຈຶ່ງອອກຄຳສັ່ງຮຸນເເຮງດັ່ງນີ້ ດັ່ງນັ້ນອາຣີໂອກຈຶ່ງໄດ້ບອກໃຫ້ດານີເອນຮູ້ວ່າໄດ້ມີຫຍັງເກີດຂຶ້ນ \v 16 ເເລ້ວດານີເອນໄດ້ໄປເເລະຂໍກຳນົດການເຝົ້າກະສັດເພື່ອເຂົາຈະສາມາດຖວາຍຄຳເເກ້ຄວາມຝັນເເດ່ພະອົງ

1
02/17.txt Normal file
View File

@ -0,0 +1 @@
\v 17 ດານີເອນກໍໄດ້ໄປບ້ານຂອງເຂົາເເລະໄດ້ອະທິບາຍເເກ່ ຮານານີຢາມີຊາເອນ ເເລະອາຊາລີຢາວ່າໄດ້ມີສິ່ງໃດເກີດຂຶ້ນ \v 18 ເຂົາໄດ້ຂໍໃຫ້ທູນຂໍພະກະລຸນາຈາກພຣະເຈົ້າເເຫ່ງຟ້າກ່ຽວກັບເລື່ອງຄວາມລຶກລັບນີ້ ເພື່ອທີ່ດານີເອນເເລະເພື່ອນຂອງເຂົາຈະບໍ່ຖືກຂ້າພ້ອມທັງບັນດາຄົນອື່ນໆຂອງບາບີໂລນຜູ້ມີຊື່ສຽງໃນຄວາມສະຫລຽວສະຫລາດ

1
02/19.txt Normal file
View File

@ -0,0 +1 @@
\v 19 ໃນຄືນນັ້ນຄວາມລຶກລັບໄດ້ເປີດເຜີບກັບດານີເອນໃນນິມິດ ເເລ້ວດານີເອນກໍໄດ້ຖວາຍສາທຸການເເດ່ພຣພເຈົ້າເເຫ່ງຟ້າ \v 20 ເເລະໄດ້ກ່າວ່າ“ ສາທຸການເເດ່ພຣະນາມຂອງພຣະເຈົ້າ ສືບໄປ ເເລະສືບໄປ ເພາະພຣະສະຕິປັນຍາເເລະຣິດທານຸພາບຂອງພຣະອົງ

1
02/21.txt Normal file
View File

@ -0,0 +1 @@
\v 21 ພຣະອົງຊົງປ່ຽນເວລາ ເເລະລະດູການຕ່າງໆ ພຣະອົງຊົງເເຕ່ງຕັ້ງ ເເລະປົດພະລາຊາ ພພຣະອົງປະທານສະຕິປັນຍາເເກ່ນັກປາດ ເເລະຄວາມຮູ້ເເກ່ຄົນເຫລົ່ານັ້ນໃຫ້ມີຄວາມເຂົ້າໃຈ \v 22 ພຣະອົງຊົງເປີດເຜີຍສິ່ງລຶກລັບ ເເລະສິ່ງທີ່ໄດ້ຖືກປົກປິດໄວ້ ເພາະພຣະອົງຊົງຮູ້ເລື່ອງທີ່ປົກປິດໄວ້ໃນຄວາມມືດ ເເລະຄວາມສະຫວ່າງຢູ່ກັບພຣະອົງ

1
02/23.txt Normal file
View File

@ -0,0 +1 @@
\v 23 ພຣະເຈົ້າເເຫ່ງບັນພຣະບູລຸດຂອງຂ້າພຣະອົງ ຂ້າພະອົງຂອບພະຄຸນເເລະສັນລະເສີນພຣະອົງ ສຳລັບປັນຍາເເລະພະລັງທີ່ໄດ້ປະທານໃຫ້ຂ້າພະອົງ ບັດນີ້ພຣະອົງໄດ້ຊົງໃຫ້ຂ້າພະອົງໄດ້ຮູ້ ສິ່ງທີ່ຂ້າພະອົງທູນຂໍຈາກພຣະອົງກໍຊົງໃຫ້ຂ້າພະອົງຮູ້ເເລ້ວກ່ຽວກັບເລື່ອງທີ່ກະສັດຊົງກັງວົນ“

1
02/24.txt Normal file
View File

@ -0,0 +1 @@
\v 24 ເເລ້ວອານີເອນກໍໄດ້ໄປຫາອາຣີໂອກ (ຜູ້ຊຶ່ງກະສັດໄດ້ເເຕ່ງຕັ້ງໃຫ້ປະຫານຜູ້ປຶກສາຂອງບາບີໂລນ) ດານີເອນໄດ້ໄປເເລະກ່າວກັບພວກເຂົາວ່າ ” ຂໍຢ່າປະຫານນັກປາດໃນບາບີໂລນ ໃຫ້ນຳພວກຂ້າພະເຈົ້າເຂົ້າເຝົ້າກະສັດ ເເລະຂ້າພະເຈົ້າຈະຖວາຍຄຳເເກ້ຄວາມຝັນເເກ່ພະອົງ”

1
02/25.txt Normal file
View File

@ -0,0 +1 @@
\v 25 ເເລ້ວອາຣີໂອກກໍໄດ້ຮີບນຳດານີເອນເຂົ້າເຝົ້າກະສັດ ເເລະໄດ້ທູນພະອົງວ່າ ”ຂ້າພະອົງໄດ້ພົົບຊາຍຄົນຫນຶ່ງທີ່ຖືກກວາດເປັນຊະເລີຍ ຈາກຢູດາຜູ້ຊາຍທີ່ຈະສາມາດເເກ້ຄວາມຝັນຂອງກະສັດໄດ້” \v 26 ກະສັດຈຶ່ງໄດ້ກ່າວຕໍ່ດານີເອນວ່າ (ຜູ້ມີຊື່ວ່າເບນເຕຊັດຊາເຣ ) ວ່າ“ ເຈົ້າສາມາດໃຫ້ເຮົາຮູ້ຄວາມຝັນທີ່ເຮົາໄດ້ຝັນ ເເລະຄວາມຫມາຍໄດ້ບໍ?“

1
02/27.txt Normal file
View File

@ -0,0 +1 @@
\v 27 ດານີເອນທູນກະສັດວ່າ “ຄວາມລືກລັບທີ່ກະສັດໄດ້ກ່າວເຖິງນັ້ນບໍ່ມີນັກປາດຫລືຄົນເຫລົ່ານັ້ນທີ່ອ້າງວ່າເວົ້້າກັບຄົນຕາຍໄດ້ ຫລືນັກມາຍາກົນ ຫລືມີຫມໍວິຊາອາຄົມຫລືຫມໍດູເລືອກຍາມຄົນໄດດອກບອກພະອົງຢ່າງນັ້ນໄດ້ \v 28 ຢ່າງໃດກໍຕາມມີພຣະເຈົ້າອົງຫນຶ່ງໄນຟ້າຜູ້ຊົງເປີດເຜີຍຄວາມລຶກລັບທັງຫລາຍ ເເລະພຣະອົງຊົງໃຫ້ກະສັດເນບູກາດເນັດຊາໄດ້ຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນອານາຄົດທີ່ກຳລັງຈະຮອດນີ້ ຄືຄວາມຝັນເເລະນິມິດທີ່ເກີດຂຶ້ນໃນຂະນະທີ່ພະອົງຊົງບັນທົມມີດັ່ງນີ້“

1
02/29.txt Normal file
View File

@ -0,0 +1 @@
\v 29 ຂ້າເເຕ່ກະສັດ ຂະນະເມື່ອພະອົງບັນທົມພະອົງຈະຝັນເຫັນພະອົງຈະຝັນເຫັນສິ່ງທີ່ຈະເກີດຂຶ້ນໃນອານາຄົດ ເພາະພຣະເຈົ້າຜູ້ຊົງເປີດເຜີຍເລື່ອງລຶກລັບທັງຫລາຍໄດ້ ພຣະອົງຊົງຮູ້ເຖິງສິ່ງທີ່ຈະເກີດຂຶ້ນ \v 30 ສ່ວນຂ້າພະອົງນັ້ນ ຄວາມລຶກລັບບໍ່ໄດຮັບການເປີດເຜີຍຕໍ່ຂ້າພະອົງ ບໍ່ເເມ່ນວ່າສະຕິປັນຍາຂອງພະອົງທີ່ມີຫລາຍກວ່າຄົນອື່ນໆ ຍັງມີຊີວິດຢູ່ ຄວາມລຶກລັບນີ້ໄດ້ເປີດເຜີຍຕໍ່ຂ້າພະອົງ ກໍເພືື່ອທີ່ພະອົງກະສັດຈະຮູ້ຄຳເເກ້ຄວາມຝັນ ເເລະເພື່ອພະອົງຈະເຂົ້າໃຈພະດຳລິໃນພະໄທຂອງພະອົງເອງ

1
02/31.txt Normal file
View File

@ -0,0 +1 @@
\v 31 ຂ້າເເຕ່ກະສັດພະອົງຄົງໄດ້ທົບທວນ ເເລະພະອົງຊົງທອດພະເນດເຫັນຮູບຂະຫນາດໃຫຍ່ຢືນຢູ່ຊ້ອງພະພັກ ຮູບນີ້ສ່ອງເເສງເຫລື້ອມ ເເລະເປັນຕາຢ້ານ \v 32 ຫົວຂອງຮູບນີ້ເປັນເປັນຄຳຢ່າງດີທີ່ສຸດ ເອິກເເລະເເຂນເປັນເງິນ ເເອວ ເເລະກົກຂາເປັນທອງສຳຣິດ \v 33 ເເລະສ່ວນຂາໄດ້ເຮັດດ້ວຍເຫລັກ ເຊິ່ງຕີນທັງສອງຂ້າງຂອງມັນເປັນເຫລັກສ່ວນຫນຶ່ງ ເເລະດິນຫນຽວສ່ວນຫນຶ່ງ

1
02/34.txt Normal file
View File

@ -0,0 +1 @@
\v 34 ຂະນະພະອົງໄດ້ຊົງທົບທວນ ເເລະມີຫີນກ້ອນຫນຶ່ງໄດ້ຖືກຕັດອອກມາເເມ້ວ່່ບໍ່ເເມ່ນດ້ວຍມືມະນຸດ ຫີນນັ້ນກະທົບໃສ່ຕີນເຫລັກປົນດິນຮູບປັ້ນນັ້ນຈົນເເຕກມຸ່ນໄປ \v 35 ເເລ້ວສ່ວນເຫລັກດິນຫນຽວ ທອງສຳຣິດເງິນ ເເລະທອງຄຳ ກໍເເຕກເປັນສ່ວນໆ ພ້ອມກັນກາຍເປັນເຫມືອນເເກບຢູ່ລານນວດເຂົ້າໃນລະດູຮ້ອນ ລົມກໍພັດພາເອົາໄປທົ່ວ ຈຶ່ງຫາຮ່ອງຮອຍຂອງມັນບໍ່ພົບອີກເລີຍ ເເຕ່ກ້ອນຫີນນັ້ນໄດ້ກາຍເປັນພູເຕັມກ້ອນພິພົບ ເເລະຄວາມຝັນນັ້ນເປັນດັ່ງນີ້ເເລະ

1
02/36.txt Normal file
View File

@ -0,0 +1 @@
\v 36 ຕໍ່ໄປນີ້ຂ້ານ້ອຍຂໍເເກ້ໃຫ້ພະອົງຮູ້ວ່າ ຂ້າເເດ່ພະລາຊາ ພະອົງຊົງເປັນຈອມລາຊາທັງປວງ \v 37 ຂ້າເເຕ່ກະສັດ ພະອົງຊົງເປັນກະສັດເຫນືອກະສັດທັງຫລາຍ ຜູ້ຊຶ່ງພຣະເຈົ້າເເຫ່ງຟ້າໄດ້ປະທານຣາຊອານາຈັກໃຫ້ ອານຸພາບ ຣິດເດດ ເເລະ ກຽດຕິຍົດ \v 38 ພຣະເຈົ້າໄດ້ຊົງມອບໄວ້ໃນມືຂອງພະອົງ ສະຖານທີ່ ທີ່ມະນຸດໄດ້ອາໄສຢູ່ ພຣະເຈົ້າໄດ້ຊົງມອບໄວ້ໃຫ້ປົກຄອງບັນດາສັດເເຫ່ງທ້ອງທົ່ງ ເເລະບັນດານົກໃນທ້ອງຟ້າໄວ້ໃນມືຂອງພະອົງ ເເລ້ວພະອົງມອບໃຫ້ພະອົງປົກຄອງທຸກສິ່ງທຸກຢ່າງພະອົງຄືຫົວທອງຄຳນັ້ນ

1
02/39.txt Normal file
View File

@ -0,0 +1 @@
\v 39 ຕໍ່ຈາກພະອົງໄປ ຈະມີຣາຊ ອານາຈັກ ດ້ອຍກວ່າຂອງພຣະອົງປະກົດຂຶ້ນ ເເລະຍັງມີຣາຊອານາຈັກທີ່ສາມເປັນທອງສຳຣິດ ຊິ່ງຈະປົກຄອງຢູ່ທົ່ວພິພົບ

1
02/40.txt Normal file
View File

@ -0,0 +1 @@
\v 40 ຈະມີຣາຊອານາຈັກທີ່ສີ່ ເເຂງເເຮງດັ່ງເຫລັກ ເພາະວ່າເຫລັກຕີສິ່ງທັງຫລາຍໃຫ້ຫັກເເຕກເປັນສ່ວນໆ ຢ່າງໄດ ຣາຊອານາຈັກນັ້ນຈະຫັກເເລະ ທຸບສິ່ງເຫລົ່ານີ້ດັ່ງເຫລັກຊຶ່ງທຸບໃຫ້ເເຫລກຢ່າງນັ້ນ

1
02/41.txt Normal file
View File

@ -0,0 +1 @@
\v 41 ດັ່ງທີ່ພະອົງໄດ້ຊົງທອດພະເນດບັນດາຕີນເເລະມືເປັນດິນຂອງຊ່າງປັ້ນຫມໍ້ເເນ່ ເຫລັກເເນ່ ດັ່ງນັ້ນຈະເປັນອານາຈັກທີ່ຖືກເເຍກ ເເຕ່ຄວາມເເຂງຂອງເຫລັກຈະຢູ່ໃນນັ້ນເເນ່ ດັ່ງທີ່ພະອົງໄດ້ທອດພະເນດເຫລັກປົນດິນຫນຽວ ເເລະ \v 42 ນິ້ວຂອງບັນດາຕີນເປັນເຫລັກປົນດິນຢ່າງໃດ ຣາຊອານາຈັກນັ້ນຈຶ່ງເເຂງເເຮງເເຕ່ເສຍຫາຍງ່າຍ \v 43 ດັ່ງທີ່ພະອົງຊົງທອດພະເນດເຫລັກປົນດິນຫນຽວ ດັ່ງນັ້ນປະຊາຊົນຈະປະສົມປົນເປກັນ ພວກເຂົາຈະບໍ່ຍຶດກັນເເນ່ນເຊັ່ນດຽວກັນກັບເຫລັກບໍ່ປະສົມເຂົ້າກັນກັບດິນ

1
02/44.txt Normal file
View File

@ -0,0 +1 @@
\v 44 ສະໄຫມຂອງກະສັດເຫລົ່ານັ້ນ ພຣະເຈົ້າເເຫ່ງຟ້າຈະສະຖາປະນາອານາຈັກຫນຶ່ງ ຊຶ່ງບໍ່ມີວັນຖືກທຳລາຍ ຫລືຖືກເອົາຊະນະໂດຍຊົນຊາດອື່ນ ຣາຊອານາຈັກນັ້ນຈະເຮັດໃຫ້ ຣາຊອານາຈັກນີ້ທັງຫມົດເເຕກເປັນສ່ວນໆ ເເລະອານາຈັກນັ້ນສູນສິ້ນໄປ ເເລະຣາຊອານາຈັກນັ້ນຈະຕັ້ງຫມັ້ນຢູ່ເປັນນິດ \v 45 ດັ່ງທີ່ພະອົງຊົງທອດພະເນດກ້ອນຫີນຖືກຕັດອອກພູຈາກເຂົາ ບໍ່ເເມ່ນດ້ວຍມືຂອງມະນຸດ ເເລະກ້ອນຫີນນັ້ນໄດ້ເຮັດໃຫ້ເຫລັກ ທອງສຳຣິດດິນຫນຽວ ເງິນ ເເລະ ທອງຄຳ ເເຕກເປັນສ່ຽງໆ ພຣະເຈົ້າຫຍິ່ງໃຫຍ່ໄດ້ຊົງໃຫ້ກະສັດຮູ້ວ່າອິີ່ຫຍັງຈະເກີດຂຶ້ນຫລັງຈາກນີ້ ຂ້ານ້ອຍໄດ້ທູນຖວາຍຄວາມຝັນ ເເລະຄຳເເກ້ ເເດ່ພະອົງຢ່າງຖືກຕ້ອງ ຢ່າງຖືກຕ້ອງ ເເລະເປັົນຈິງ“

1
02/46.txt Normal file
View File

@ -0,0 +1 @@
\v 46 ກະສັດເນບູກາດເນັດຊາໄດ້ກາບລົງຕໍ່ຫນ້າດານີເອນຊົງສັ່ງໃຫ້ນຳເຄື່ອງເຜົາບູຊາ ເເລະນຳເຄື່ອງຫອມມອບໃຫ້ດານີເອນ \v 47 ກະສັດໄດ້ກ່າວຕໍ່ດານີເອນວ່າ “ເເນ່ນອນ ພຣະເຈົ້າຂອງທ່ານຊົງເປັນພຣະເຈົ້າເຫນືອເທບທັງຫລາຍ ເເລະຊົງເປັນພຣະຜູ້ເປັນເຈົາເຫນືອກະສັດທັງປວງ ຊົງເປັນຜູ້ເຜີຍຄວາມລຶກລັບ ເພາະທ່ານສາມາດເປີດເຜີຍຄວາມລຶກລັບນີ້ໄດ້“

1
02/48.txt Normal file
View File

@ -0,0 +1 @@
\v 48 ເເລ້ວກະສັດດານີເອນໄດ້ຮັບກຽດຢ່າງສູງ ເເລະປະທານສິ່ງອັນປະເສີດຂອງຈຳນວນຫລາຍ ອີກທັງເເຕ່ງຕັ້ງໃຫ້ເປັນຜູ້ຄອບຄອງເເຂວງບາບີໂລນ ເເລະເປັນຫົວຫນ້າພວກທີ່ປຶກສາບາບີໂລນ ເພື່ອຕອບສະຫນອງຄຳທູນຂໍຂອງ \v 49 ດານີເອນກະສັດຊົງເເຕ່ງຕັ້ງຊັດຣັດ ເມຊາກ ເເລະອາເບດເນໂກຮັບລາຊະການຢູ່ໃນເເຂວງບາບີໂລນ ເເລະຍັງຊົງໃຫ້ດານີເອນຮັບຕຳເເຫນ່ງຢູ່ໃນຣາຊສຳນັກຕໍ່ໄປ

1
03/01.txt Normal file
View File

@ -0,0 +1 @@
\v 1 ກະສັດເນບູກາດໄດ້ສ້າງຮູບຄຳຮູບຫນຶ່ງສູງຫົກສິບສອກ ກວ້າງຫົກສອກພະອົງໄດ້ຊົງຕັ້ງໄວ້ທົ່ງພຽງດຸລາໃນເເຂວງບາບີໂລນ \v 2 ເເລ້ວກະສັດເນບູກາດໄດ້ຊົງຮັບສັ່ງໃຫ້ປະຊຸມຜູ້ວ່າການເຂດ ເເລະຜູ້ວ່າການທ້ອງຖິ່ນ ພ້ອມດ້ວຍຮອງເຈົ້າເເຂວງ ຜູ້ປົກຄອງກຳເເພງນະຄອນ ນາຍຄັງຜູ້ພິພາກສາຕຸລາການ ເເລະບັນດາຂ້າລາຊະການຄົນອື່ນໃນເເຂວງທັງຫມົດມາຮ່ວມງານສະຫລອງຮູບຄຳທີ່ພະອົງສ້າງຂຶ້ນ

1
03/03.txt Normal file
View File

@ -0,0 +1 @@
\v 3 ເເລ້ວພວກຜູ້ວ່າການທັງຫມົດນີ້ໄດ້ມາສະຫລອງພ້ອມກັນໄດ້ຢືນຢູ່ຕໍ່ຫນ້າຮູບຄຳນັ້ນ \v 4 ເເລ້ວໂຄສົກຫນຶ່ງໄດ້ປະກາດດ້ວຍສຍງອັນດັງວ່າ“​ ບັນດາປະຊາຊົນທັງຫລາຍທຸກຊົນຊາດ ເເລະທຸກພາສາ ພວກທ່ານຳໄດ້ຮັບຣາຊອົງການມາຍັງຊົນທຸກຊາດທຸກເຜົ່າທຸກຊົນພາສາ \v 5 ເມື່ອທ່ານທັງຫລາຍໄດ້ຍິນສຽງສັດ ຂຸ່ຍ ພິນເຂົາຄູ່ ພິນສີ່ສາຍ ພິນໃຫຍ່ ປີ່ຖົງ ເເລະເຄື່ອງດົນຕີທຸກຊະນິດພວກທ່ານຈະຕ້ອງກາບນະມັດສະການຮູບຄຳນັ້ນຊຶ່ງກະສັດເນບູກາດໄດ້ຊົງຕັ້ງໄວ້

1
03/06.txt Normal file
View File

@ -0,0 +1 @@
\v 6 ຜູ້ໃດກາບລົງນະມັດສະການໃນເວລານັ້ນ ກໍຈະຖືກໂຍນເຂົ້າໄປໃນເຕົາໄຟລຸກຢູ່“ \v 7 ດັ່ງນັ້ນເມື່ອປະຊາຊົນໄດ້ຍິນສຽງ ເຂົາສັດ ຂຸ່ຍ ພິນເຂົາຄູ່ ພິນສີ່ສາຍ ພິນໃຫຍ່ ປີ່ຖົງ ເເລະເຄື່ອງດົນຕຣີທຸກຊະນິດ ປະຊາຊົນທຸກຊາດທຸກເຜົ່າ ທຸກພາສາກໍໄດ້່ກົ້ມກາບທອງຄຳຊຶ່ງກະສັດເນບູກາດເນັດຊາໄດ້ຂົງບຕັ້ງໄວ້ບັດນີ້

1
03/08.txt Normal file
View File

@ -0,0 +1 @@
\v 8 ໃນເວລານັ້ນມີຄົນໄດ້ເຂົ້າມາ ເເລະນຳຂໍ້ກ່າວຫາຕໍ່ພວກຢິວທັງຫລາຍ \v 9 ພວກເຂົາໄດ້ທູນກະສັດເນບູກາດເນັດຊາວ່າ “ຂ້າເເຕ່ກະສັດຂໍຊົງພະຈະເລີນເປັນນິດ \v 10 ຂ້າເເຕ່ກະສັດຂໍພະອົງຊົງອອກຄຳສັ່ງເເລ້ວວ່າເມື່ອສຽງດົນຕຣີດັງຂຶ້ນ ທຸກຄົນຕ້ອງຂາບໄຫວ້ຮູບຄຳຜູ້ໃດບໍ່ຂາບໄຫວ້ຈະຕ້ອງຖືກໂຍນເຂົ້າເຕົາໄຟ

1
03/11.txt Normal file
View File

@ -0,0 +1 @@
\v 11 ຜູ້ໃດກໍຕາມທີ່ບໍ່ກາບລົງນະມັດສະການກໍຈະຕ້ອງຖືກໂຍນເຂົ້າໄປໃນເຕົາໄຟລຸກໂຊນຢູ່ \v 12 ບັດນີ້ມີຄົນຂອງຍິວບາງຄົນທີ່ພະອົງໄດ້ຊົງເເຕ່ງຕັ້ງໃຫ້ເປັນຜູ້ບໍລິຫານບາບີໂລນຄື ຊັດຣັກ ເມຊາກ ເເລະອາເບດເນໂກ ສາມຄົນນີ້ບໍ່ເຊື່ອຟັງຄຳຂອງພຣະອົງ ເເລະບໍ່ຍອມຂາບໄຫວ້ຮູບເຄົາລົບທີ່ພະອົງຊົງສ້າງ“

1
03/13.txt Normal file
View File

@ -0,0 +1 @@
\v 13 ເເລ້ວເນບູກາດເນັດຊາກໍໄດ້ຊົງພິໂລດ ເເລະຊົງສັ່ງໃຫ້ນຳຊາຍສາມຄົນນັ້ນມາເຂົ້າເຝົ້າ ເເລ້ວຊົງຖາມພວກເຂົາວ່າ \v 14 ກະສັດເນບູກາດເນັດຊາໄດ້ກ່າວເເກ່ເຂົາວ່າ “ພວກເຈົ້າໄດ້ປ່ຽນໃຈຫລືຍັງ ຊັດ ຣັກ ເມຊາດເເລະອາເບດເນໂກ! ທີ່ເຈົ້າບໍ່ຍອມປະຕິບັດບັນດາພະຂອງເຂົາເຫມືອນນະມັດສະການທອງຄຳຊຶ່ງເຮົາໄດ້ຕັ້ງໄວ້?

1
03/15.txt Normal file
View File

@ -0,0 +1 @@
\v 15 ບັດນີ້ຖ້າເຈົ້າພ້ອມເເລ້ວ ພໍເຈົ້າໄດ້ຍິນສຽງເຂົາສັດ ຂຸ່ຍ ພິນເຂົາຄູ່ ພິນສີ່ສາຍ ພິນໃຫຍ່ ປີ່ຖົງ ເເລະເຄື່ອງດົນຕຣີທຸກຊະນິດເຈົ້າຈົ່ງກາບນະມັດສະການ ສິ່ງທີ່ເຮົາໄດ້ສ້າງໄວ້ ທຸກຢ່າງກໍຈະດີເອງ ເເຕ່ຖ້າເຈົ້າບໍ່ນະມັດສະການ ກໍຕ້ອງໂຍນເຈົ້າເຂົ້າໄປໃນກອງໄຟລຸກໂຊນຢູ່ທັນທີ ເເລ້ວເທບພຣະເຈົ້າອົງໄດຈະຊ່ວຍກູ້ເຈົ້າໃຫ້ພົ້ນຈາກມືຂອງເຮົາໄດ້?”

1
03/16.txt Normal file
View File

@ -0,0 +1 @@
\v 16 ຊັດຣັດ ເມຊາກ ເເລະ ອາເບດເນໂກທູນພະລາຊາວ່າ ”ຂ້າເເຕ່ເນບູຄັດເນັດຊາ ຂ້າພະອົງທັງຫລາຍບໍ່ຈຳເປັນຈະຕ້ອງຕອບພະອົງໃນເລື່ອງນີ້ \v 17 ຂ້າເເຕ່ກະສັດ ຖ້າພຣະເຈົ້າຂອງຂ້າພະອົງ ຜູ້ຊຶ່ງພວກຂ້າພະອົງໄດ້ເຄົາລົບນັ້ນ ພໍໃຈທີຄ່ຈະຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກເຕົາໄຟທີ່ລຸກໂຊນຢູ່ ເເລະພຣະອົງກໍຈະຊ່ວຍໃຫ້ຂ້ານ້ອຍພົ້ນຈາກມືຂອງພະອົງ \v 18 ເເຕ່ຖ້າບໍ່ເປັນເຊັ່ນນັ້ນ ຂ້າເເຕ່ກະສັດ ຂໍພະອົງຊົງຮູ້ວ່າ ພວກຂ້ານ້ອຍຈະບໍ່ເຄົາລົບພະຂອງພະອົງເເລະພວກຂ້ານ້ອຍຈະບໍ່ນະມັດສະການພະທອງຄຳຊຶ່ງພຣະອົງໄດ້ຊົງຕັ້ງຂຶ້ນນັ້ນ

1
03/19.txt Normal file
View File

@ -0,0 +1 @@
\v 19 ເເລ້ວເນບູກາດເນັດຊາໄດ້ຊົງພິໂຣດຕໍ່ຊັດຣັກ ເມຊາກ ເເລະອາເບດເນໂກຢ່າງສຸດຂີດຈົນຫນ້າດຳຕາເເດງ ພະອົງຊົງສັ່ງໃຫ້ຄົນເຮັດໃຫ້ເຕົາໄຟຂອງພະອົງຮ້ອນຂຶ້ນກວ່າເກົ່າເຈັດເທົ່າ \v 20 ເເລ້ວພະອົງໄດ້ຊົງມີຮັບສັ່ງໃຫ້ທະຫານທີ່ມີກຳລັງຫລາຍໃນກອງທັບມາມັດໂຕຊັດຣັກ ເມຊາກ ເເລະອາເບດເນໂກ ເເລະ ໃຫ້ໂຍນພວກເຂົາເຂົ້າໄປໃນເຕົາທີ່ໄຟລຸກໂຊນຢູ່

1
03/21.txt Normal file
View File

@ -0,0 +1 @@
\v 21 ພວກເຂົາໄດ້ຖືກມັດໄວ້ຂະນະທີ່ຍັງໃສ່ເສື້ອຄຸມ ມີເສື້ອຊັ້ນໃນຊັ້ນນອກມີຫມວກ ເເລະເຄື່ອງ ອື່ນໆ ເເລ້ວຖືກໂຍນເຂົ້າໄປໃນເຕົາໄຟ \v 22 ເນື່ອງຈາກວ່າຄຳສັ່ງຂອງພະລາຊານັ້ນເດັດຂາດ ເຕົາໄຟນັ້ນຮ້ອນທີ່ສຸດເຕົາໄຟນັ້ນຈຶ່ງໄດ້ຂ້າຄົນທີ່ອຸ້ມຊັດຣັກ ເມຊາກ ເເລະຜູ້ຊາຍທັງສາມນີ້ຄື ຊັດຣັກ ເມຊາດ ເເລະອາເບດເນໂກກໍໄດ້ຕົກລົງໄປໃນເຕົາໄຟ \v 23 ຜູ້ຊາຍທັງສາມຄົນນີ້ຄືຊັດຣັກ ເມຊາດ ເເລະອາເບດເນໂກກໍຕົກລົງກອງໄຟທີ່ຍັງມັດ

1
03/24.txt Normal file
View File

@ -0,0 +1 @@
\v 24 ເເລ້ວກະສັດເນບູກາດເນັດຊາກໍໄດ້ຊົງປະຫລາດໃຈ ເເລະໄດ້ລຸກຂຶ້ນຖາມພວກທີ່ປຶກສາວ່າ “ເຮົາໄດ້ມັດສາມຄົນໂຍນລົງໄປໃນກອງໄຟບໍ່ເເມ່ນຫວາ?“ ພວກເຂົາໄດ້ທູນຕອບກະສັດວ່າ“ ຂ້າເເຕ່ກະສັດເປັນຄວາມຈິງເເນນອນ“ \v 25 ພະອົງໄດ້ກ່າວວ່າ “ເເຕ່ເຮົາເຫັນສີ່ົນກຳລັງຍ່າງຢູ່ກາງໄຟ ບໍ່ໄດ້ຖືກມັດເເລະບໍ່ເປັນອັນຕະລາຍຮູບຮ່າງຂອງຄົນທີສີ່ນັ້ນຄືກັບບຸດຂອງເທບພຣະເຈົ້າ“

1
03/26.txt Normal file
View File

@ -0,0 +1 @@
\v 26 ເເລ້ວເນບູກາດໄດ້ສະເດັດຂຶ້ນປາກເຕົາໄຟ ເເລະຊົງເອີ້ນວ່າຊັດຣັກເມຊາກ ເເລະອາເບດເນໂກຜູ້ຮັບໃຊ້ຂອງພຣະເຈົ້າສູງສຸດ ຈົ່ງອອກມາເຖີດ ຈົ່ງມາທີ່ນີ້“ ເເລ້ວຊັດຣັກ ເມຊາກ ເເລະອາເບດເນໂກໄດ້ຍ່າງອອກມາຈາກໄຟ \v 27 ຝ່າຍເຈົ້າອຸປະລາດ ເຈົ້າເເຂວງ ຮອງເຈົ້າເເຂວງ ເເລະພວກທີ່ປຶກສາທັງຫມົດໄດ້ພາກັນມາເບິ່ງຄົນເຫລົ່ານີ້ ຊຶ່ງບໍ່ໄດ້ຮັບອັນຕະລາຍຫຍັງເລີຍ ຜົມເທິງຫົວຂອງເຂົາກໍບໍ່ງໍ ເສື້ອຄຸມຂອງພວກເຂົາບໍ່ເສຍຫາຍ ເເລະບໍ່ມີກິນໄຟໃນໂຕຂອງເຂົາເລີຍ

1
03/28.txt Normal file
View File

@ -0,0 +1 @@
\v 28 ເນບູກາດເນັດຊາໄດ້ກ່າວວ່າ “ຂໍໃຫ້ພວກເຮົາໄດ້ສັນເສີນພຣະເຈົ້າຂອງຊັດຣັກເມຊາກ ເເລະ ອາເບດເນໂກ ຜູ້ໄດ້ຊົງໃຊ້ທູດຂອງພະອົງ ເເລະໄດ້ຊົງສົງສານຂອງພະອົງມາໃຫ້ຜູ້ຮັບໃຊ້ຂອງພະອົງ ພວກເຂົາໄດ້ວາງໃຈໃນພະອົງ ເເລະບໍ່ໄດ້ຟັງຄຳບັນຊາຂອງເຮົາ ພວກເຂົາໄດ້ຍອມສຽ່ງຊີວິດຂອງຕົນດີກວ່າທີ່ຈະຂາບໄຫວ້ພະໃດ ນອກຈາກພຣະເຈົ້າຂອງເຂົາເອງ

1
03/29.txt Normal file
View File

@ -0,0 +1 @@
\v 29 ເພາະສະນັ້ນເຮົາຈຶ່ງອອກຄຳສັ່ງວ່າ ຖ້າຄົນໃດປະເທດໃດ ເຊື້ອຊາດໃດ ຫລືພາສາເວົ້າຫມິ່ນປະຫມາດພຣະເຈົ້າຊັດຣັກຂອງເມຊາກ ເເລະຂອງອາເບດເນໂກ ຄົນຜູ້ນັ້ນຈະຖືກຂ້າຢ່າງທາລຸນ ເເລະທຳລາຍເຮືອນຊານຖິ້ມເພາະວ່າບໍ່ມີພະອື່ນໃດສາມາດຊ່ວຍໄດ້ເຫມືອນພຣະເຈົ້ານີ້ \v 30 ເເລ້ວກະສັດເນບູກາດເນັດຊາໄດ້ພະລາຊະທານເລື່ອນຍົດໃຫ້ຊັດຣັກ ໃຫ້ເມຊາກ ເເລະ ອາເບດເນໂກອີກໃນເເຂວງບາບີໂລນ

1
04/01.txt Normal file
View File

@ -0,0 +1 @@
\v 1 ກະສັດເນບູກາດເນັດຊາໄດ້ສົ່ງເອກກະສານໄປຍັງເນື້ອຄວາມຕໍ່ໄປນີ້ໄປຍັງປະຊາຊົນທຸກໆປະເທດ ທຸກໆເຊື້ອຊາດ ເເລະພາສາທົ່ວໂລກວ່າ ຂໍຄວາມຈະເລີນຮຸ່ງເຮືອງມີເເດ່ທ່ານທັງຫລາຍ \v 2 ເຮົາໄດ້ເຫັນສົມຄວນທີ່ຈະບອກໃຫ້ພວກທ່ານເຖິງຫມາຍສຳຄັນຕ່າງໆ ເເລະການອັດສະຈັນຕ່າງໆ ຊຶຶ່ງອົງຜູ້ສູງສຸດໄດ້ຊົງກະທຳເເກ່ເຮົາເອງ \v 3 ຫມາຍສຳຄັນຂອງພະອົງຫຍິ່ງໃຫຍ່ ເເລະການອັດສະຈັນຂອງພະອົງມີອານຸພາບຫລາຍ ຣາຊອານາຈັກຂອງພະອົງເປັນອານາຈັກນິຣັນ ເເລະການປົກຄອງຂອງພຣະອົງນັ້ນຊົງດຳລົງຊົ່ວອາຍຸ

1
04/04.txt Normal file
View File

@ -0,0 +1 @@
\v 4 ເຮົາເອງ ເນບູກາດເນັດຊາ ໄດ້ມີຊີວິດຢູ່ ຢ່າງມີຄວາມສຸກໃນນິເວດຂອງເຮົາ ເເລະມີຄວາມຍິນດີຢູ່ພະຣາຊວັງ \v 5 ເເຕ່ຄວາມຝັນທີ່ເຮົາໄດ້ຝັນເຫັນໄດ້ເຮັດໃຫ້ເຮົາຢ້ານຂະນະທີ່ເຮົານອນຢູ່ທີ່ນອນ ເຮົາໄດ້ເຫັນເເລະນິມິດຂຶ້ນໃນໃຈຂອງເຮົາໄດ້ລົບກວນຈິດໃຈຂອງເຮົາ \v 6 ດັ່ງນັ້ນເຮົາໄດ້ສັ່ງໃຫ້ເອີ້ນຄົນໃນບາບີໂລນທີ່ເປັນນັກປາດຂອງບາບີໂລນທັງສິ້ນມາຫາເຮົາ ເພື່ອພວກເຂົາຈະສາມາດເເກ້ຄວາມຝັນໃຫ້ເຮົາ

1
04/07.txt Normal file
View File

@ -0,0 +1 @@
\v 7 ເເລ້ວພວກວິທະຍາຄົມ ຄົນເຫລົານັ້ນທີ່ອ້າງວ່າເວົ້າກັບຄົນຕາຍໄດ້ ນັກປາດເເລະບັນດາໂຫຣາຈານກໍໄດ້ມາເຝົ້າເຮົາ ເຮົາກໍເລົ່າຄວາມຝັນເເກ່ພວກເຂົາ ເເຕ່ພວກເຂົາບໍ່ສາມາດເເກ້ຄວາມຝັນໃຫ້ເຮົາໄດ້ \v 8 ເເຕ່ໃນທີ່ສຸດດານີເອນກໍເຂົ້າມາເຝົ້າເຮົາ ຄົນທີ່ມີຊື່ວ່າ ເບນເຕຊັດຊາເຣ ຕາມຊື່ພະຂອງເຮົາ ເເລະເຂົາມີວິນຍານຂອງເຫລົ່າເທບພະເຈົ້າອົງບໍສຸດ ເເລະເຮົາກໍໄດ້ເລົ່າຄວາມຝັນໃຫ້ເຂົາຟັງວ່າ \v 9 ເຮົາບອກວ່າເບັນເຕຊັດຊັດຊາເຣຫົວຍຫນ້າຂອງພວກຫມໍດູເອີຍ ເຮົາຮູ້ວ່າວິນຍານບໍຣິສຸດຂອງບັນດາເທບຢູ່ນຳເຈົ້າ ເເລະຮູ້ວ່າເຈົ້າໄດ້ເຂົ້າໃຈຄວາມລຶກລັບທັງປວງຕໍ່ໄປນີ້ເເມ່ນຄວາມຝັນຂອງເຮົາຈົ່ງເເກ້ໃຫ້ເຮົາເເດ່

1
04/10.txt Normal file
View File

@ -0,0 +1 @@
\v 10 ເຫລົ່ານີ້ຄືນິມິດທີ່ເຮົາໄດ້ເຫັນໃນຈິດໃຈຂອງເຮົາເມື່ອນອນຢູ່ເທິງທີ່ນອນຄື ເຮົາໄດ້ເຫັນເເລະໄດ້ມີຕົ້ນໄມ້ຕົ້ນຫນຶ່ງທ່າມກາງເເຜ່ນດິນ ມັນສູງຫລາຍ \v 11 ຕົ້ນໄມ້ນັ້ນໄດ້ເຕີບໂຕເເລະເເຂງເເຮງ ຍອດຂອງມັນປົ່ງຂຶ້ນໄປຮອດຟ້າ ຊຶ່ງສາມາດຈະເບິ່ງເຫັນສຸດປາຍເເຜ່ນດິນ \v 12 ໃບຂອງມັນກໍງົດງາມ ຜົນຂອງມັນກໍອຸດົມສົມບູນ ເເລະຈາກຕົ້ນໄມ້ນັ້ນ ມີອາຫານໃຫ້ເເກ່ສິ່ງທີ່ມີຊີສິດທັງປວງ ສັດໃນທ້ອງທົ່ງອາໄສຮົ່ມຂອງມັນບັນດານົກເທິງຟ້າກໍໄດ້ອາໄສຢູ່ກິ່ງກ້ານຂອງມັນເເລະສິ່ງທີ່ມີຊີວິດທັງປວງກໍລ້ຽງຊີບຈາກມັນ

1
04/13.txt Normal file
View File

@ -0,0 +1 @@
\v 13 ເຮົາໄດ້ເຫັນນິມິດຂອງເຮົາເມື່ອເຮົາຢູ່ເທິງບ່ອນນອນ ເເລະເຮົາໄດ້ເຫັນທູດຜູ້ບໍລິສຸດອົງຫນຶ່ງໄດ້ລົງມາຈາກຟ້າ \v 14 ເຂົາໄດ້ເປັ່ງສຽງດັງເເລະໄດ້ກ່າວວ່າ ຕັດຕົ້ນໄມ້ນີ້ ເເລະຕັດກິ່ງອອກເສຍ ລິໃບອອກ ເເລະໃຫ້ຜົນຂອງມັນກະຈາຍໄປ ໃຫ້ສັດປ່າຫນີຈາກກ້ອງຕົ້ນໄມ້ ເເລະໃຫ້ນົກຫນີຈາກກິ່ງຂອງມັນ

1
04/15.txt Normal file
View File

@ -0,0 +1 @@
\v 15 ເເຕ່ຈົ່ງປ່ອຍໃຫ້ຕໍຮາກໃນດິນມີເເຖບເຫລັກເເລະທອງສຳຣິດມັດໄວ້ໃຫ້ຢູ່ທ່າມກາງຫຍ້າອ່ອນໃນທົ່ງນາ ໃຫ້ປຽກນ້ຳຄ້າງຈາກຟ້າ ໃຫ້ມີຊີວິດກັບປ່າຢູ່ທ່າມກາງຕົ້ນໄມ້ຕ່າງໆ ເທິງພື້ນດິນ \v 16 ໃຫ້ຈິດໃຈຂອງເຂົາໄດ້ປ່ຽນຈາກຈິດໃຈຂອງມະນຸດໃຫ້ເປັນສັດປ່າ ເເລະປ່ອຍໃຫ້ເປັນຢູ່ຢ່າງນັ້ນຈົນຄົບເຈັດປີ

1
04/17.txt Normal file
View File

@ -0,0 +1 @@
\v 17 ຄຳຕັດສິນໃຈນີ້ເປັນຄຳສັ່ງຂອງບັນດາທູດ ຄຳຕັດສິນນັ້ນເປັນຄຳຕັດສິນຂອງຜູ້ບໍລິສຸດທັງຫລາຍ ຜູ້ທີ່ໄດ້ມີຊີວິດຢູ່ຈະໄດ້ຮູ້ວ່າພຣະອົງຜູ້ສູງສຸດຊົງປົກຄອງບັນດາອານາຈັກຂອງປະຊາຊົນ ເເລະປະທານຣາຊອານາຈັກນັ້ນໃຫ້ໄກັບຜູ້ທີ່ພຣະອົງພໍໃຈ ເເມ້ເເຕ່ຜູ້ຕ່ຳຕ້ອຍທີ່ສຸດ \v 18 ໂຕເຮົາເອງ ກະສັດເນບູກາດ ເນັດຊາ ເຈົ້າຈົ່ງບອກເຮົາກ່ຍວກັບການເເກ້ຝັນ ເພາະບໍ່ມີພວກຫນັກປາດໃດເເຫ່ງຣາຊອານາຈັກຂອງເຮົາທີ່ສາມາດເຮັດໄດ້ເພາະວິນຍານຂອງບັນດາເທບຜູ້ບໍລິສຸດຢູ່ໃນໂຕເຈົ້າ“

1
04/19.txt Normal file
View File

@ -0,0 +1 @@
\v 19 ເເລ້ວດານີເອນ ຜູ້ທີ່ມີຊື່ອີກຊື່ຫນຶ່ງວ່າເບນເຕຊັດຊາເຣ ກໍອຸກໃຈຢູ່ຂະນະຫນຶ່ງ ເເລະຄວາມຄິດຂອງພະອົງກໍເຮັດໃຫ້ພະອົງໄດ້ຕົກໃຈ ກະສັດໄດ້ກ່າວ່າ“ ເບັນເຕຊັດຊາເຣເອີຍ ຢ່າໃຫ້ຄວາມຝັນເເລະສິ່ງທີ່ຈະເກີດຂຶ້ນຕາມນັ້ນເຮັດໃຫ້ເຈົ້າຕົກໃຈເລີຍ“ ເຈົ້ານາຍຂອງຂ້າພະອົງ ຂໍໃຫ້ຄວາມຝັນນັ້ນເປັນຂອງບັນດາຜູ້ທີ່ຊັງພະອົງເຖີດ ເເລະຂໍໃຫ້ຄຳເເກ້ຄວາມຝັນນັ້ນຕົກເເກ່ສັດຕູຂອງພະອົງ

1
04/20.txt Normal file
View File

@ -0,0 +1 @@
\v 20 ຕົ້ນໄມ້ທີິ່ພະອົງໄດ້ທອດພະເນດ ຊຶ່ງໄດ້ເຕີບໂຕຂຶ້ນ ເເລະເເຂງເເຮງ ເເລະໄດ້ປົ່ງຍອດຂຶ້ນໄປເທິງຟ້າ ເເລະສາມາດເບິ່ງເຫັນໄດ້ສຸດປາຍຂອງ \v 21 ເເຜ່ນດິນເຫລົ່າໃບກໍງົດງາມ ເເລະຜົນກໍອຸດົມສົມບູນ ດັ່ງນັ້ນຈາກຕົ້ນໄມ້ນັ້ນມີອາຫານໃຫ້ເເກ່ສິ່ງທີ່ມີຊີວິດທັງປວງ ເເລະສັດໃນທ້ອງທົງອາໄສຢູ່ໃນຮົ່ມໄມ້ ເເລະບັນດານົກເທິງຟ້າກໍອາໄສຢູ່ \v 22 ຂ້າເເຕ່ກະສັດຕົ້ນໄມ້ນີ້ຄືພະອົງເອງ ຜູ້ໄດ້ຊົງຈະເລີນຂຶ້ນຢ່າງເຂັ້ມເເຂງ ຄວາມຫຍິ່ງໃຫຍ່ຂອງພະອົງໄດ້ຈະເລີນຂຶ້ນໄປເທິງຟ້າ ເເລະອຳນາດາສິດທິຂາດຂອງພະອົງກໍໄດ້ໄປເຖິງສຸດປາຍເເຜ່ນດິນ

1
04/23.txt Normal file
View File

@ -0,0 +1 @@
\v 23 ທີ່ພຣະອົງ ກະສັດໄດ້ຊົງແນມເຫັນທູດຜູ້ບໍລິສຸດລົງມາຈາກຟ້າແລະໄດ້ເວົ້າວ່າ ‘ຈົ່ງຕັດຕົ້ນໄມ້ນີ້ລົງແລະທຳລາຍຊະ ແຕ່ຈົ່ງປ່ອຍໃຫ້ຕໍຂອງຮາກຢູ່ໃນດິນ ມີແຖບເຫັກແລະທອງສຳລິດລ່າມໄວ້ ໃຫ້ຢູ່ທ່າມກາງຫຍ້າອ່ອນໃນທຸ່ງນາ ໃຫ້ປຽກນ້ຳຄ້າງຈາກຟ້າ ໃຫ້ຢູ່ຮ່ວມກັບສັດໃນທ້ອງທຸ່ງ ແລະປ່ອຍໃຫ້ຢູ່ຢ່າງນັ້ນຈົນຄົບເຈັດປີ’

1
04/24.txt Normal file
View File

@ -0,0 +1 @@
\v 24 ຂ້າແຕ່ກະສັດ ນີ້ເປັນຄຳແກ້ຄວາມຝັນເປັນການນີ້ມາຈາກກອງຜູ້ສູງສຸດ ເຊິ່ງມາເຖິງພຣະອົງ ກະສັດເຈົ້ານາຍຂອງຂ້ານ້ອຍວ່າ \v 25 ພຣະອົງຈະຊົງຖືກຂັບໄລ່ໄປຈາກທ່າມກາງມະນຸດ ເເລະພຣະອົງຈະຢູ່ກັບສັດໃນທ້ອງທົ່ງ ພຣະອົງຈະຕ້ອງກິນຫຍ້າຢ່າງກັບງົວເເລະຕ້ອງປຽກນ້ຳຄ້າງຈາກຟ້າ ຈະຊົງເປັນຢູ່ຢ່າງນັ້ນຈົນຄົບເຈັດປີ ຈົນກວ່າພຣະອົງຈະຊົງຮູ້ວ່າ ອົງຜູ້ສູງສຸດນັ້ນຊົງປົກຄອງຣາຊອານາຈັກຂອງປະຊາຊົນ ເເລະພະອົງຈະປະທານຣາຊອານາຈັກນັ້ນເເກ່ຜູ້ທີ່ພຣະອົງພໍໃຈ

1
04/26.txt Normal file
View File

@ -0,0 +1 @@
\v 26 ເເລະທີ່ຊົງບັນຊາໃຫ້ເຫລືອຕໍຂອງຮາກຕົ້ນນັ້ນໄວ້ ໃນທາງນີ້ ຣາຊອານາຈັກຈະກັບມາເປັນຂອງພຣະອົງ ນັບຕັ້ງເເຕ່ເມື່ອພຣະອົງຊົງຍອມຮັບວ່າການປົກຄອງນັ້ນເປັນຂອງຟ້າ \v 27 ຂ້າເເຕ່ກະສັັດດັ່ງນັ້ນຂໍຊົງຮັບຄຳເເນະນຳຂອງຂ້ານ້ອຍ ຂໍພຣະອົງຊົງເລີກເຮັດບາບໂດຍການທຳຄວາມຊອບທຳ ເເລະເລີກເຮັດບາບຊົ່ວໂດຍການສຳເເດງຄວາມກະລຸນາຕໍ່ຜູ້ຖືກບີບບັງຄັບ ເເລະບາງທີຄວາມຮຸ່ງເຮືອງຂອງພຣະອົງອາດຈະຂະຫຍາຍອອກໄປອີກໄດ້

1
04/28.txt Normal file
View File

@ -0,0 +1 @@
\v 28 ສິ່ງເຫລົ່ານີ້ທັງຫມົດໄດ້ເກີດຂື້ນແກ່ກະສັດເນບູກາດເນັດຊາ \v 29 ຕໍ່ມາອີກສິບສອງເດືອນ ພຣະອົງໄດ້ຊົງດຳເນີນຢູ່ເທິງດາດຟ້າພຣະຣາຊວັງທີ່ບາບີໂລນ \v 30 ແລະພຣະອົງໄດ້ກ່າວວ່າ “ນີ້ບໍ່ແມ່ນບາບີໂລນອັນຍິ່ງໃຫຍ່ ຊຶ່ງເຮົາໄດ້ສ້າງໄວ້ດ້ວຍອຳນາດໃຫຍ່ຍິ່ງຂອງເຮົາ ໃຫ້ເປັນພຣະຣາຊທານແລະເພື່ອເປັນສັກດີກີ່ອັນສູງສົ່ງຂອງເົຮາບໍ? “

1
04/31.txt Normal file
View File

@ -0,0 +1 @@
\v 31 ຂະນະທີ່ຖ້ອຍຄຳຂອງພຣະອົງຍັງຢູ່ທີ່ຮີມຝີປາກຂອງກະສັດ ກໍມີສຽງມາຈາກທ້ອງຟ້າວ່າ “ໂອ ກະສັດເນບູກາດເນັດຊາ ນີ້ເປັນປະກາດແກ່ເຈົ້າວ່າ ຣາຊອານາຈັກໄດ້ພາກໄປຈາກເຈົ້າແລ້ວ \v 32 ເຈົ້າຈະຖືກຂັບໄລ່ໄປຈາກປະຊາຊົນແລະບ້ານຂອງເຈົ້າຈະຢູ່ກັບສັດໃນທ້ອງທຸ່ງ ເຈົ້າຈະຕ້ອງກິນຫຍ້າຢ່າງກັບງົວ ຈະເປັນຢູ່ຢ່າງນັ້ນຈົນຄົບເຈັດປີ ຈົນກວ່າເຈົ້າຈະໄດ້ຮຽນຮູ້ໄດ້ວ່າ ອົງຜູ້ສູງສຸດຊົງປົກຄອງບັນດາຣາຊອານາຈັກຂອງປະຊາຊົນ ແລະປະທານຣາຊອານາຈັກເຫລົ່ານັ້ນແກ່ຜູ້ທີ່ພຣະອົງພໍໃຈ”

1
04/33.txt Normal file
View File

@ -0,0 +1 @@
\v 33 ພຣະຣາຊຖີການີ້ມີຜົນຕໍ່ ເນບູກາດເນັດຊາຢ່າງທັນທີ ພຣະອົງຊົງໄດ້ຖືກຂັບໄລ່ໄປຈາກທ່າມກາງປະຊາຊົນພຣະອົງໄດ້ກິນຫຍ້າຢ່າງກັບງົວ ແລະພຣະກາຍກໍໄດ້ຊົງປຽກນ້ຳຄ້າງຈາກຟ້າ ຜົມຂອງພຣະອົງກໍໄດ້ຊົງງອກຍາວຢ່າງກັບຂົນນົກອິນຊີ ແລະເລັບຂອງພຣະອົງກໍເຫມືອນເລັບນົກ

1
04/34.txt Normal file
View File

@ -0,0 +1 @@
\v 34 ເມື່ອສິ້ນສຸດວາລະນັ້ນແລ້ວ ຕົວເຮົາເອງເນບູກາດເນັດຊາກໍຊົງເງີຍຫນ້າເບິ່ງທ້ອງຟ້າ ແລະຈິດໃຈຂອງເຮົາກໍໄດ້ກັບຄືນເປັນປົກກະຕິ "ເຮົາກໍໄດ້ຮ້ອງສັນລະເສີນແດ່ອົງຜູ້ສູງສຸດນັ້ນ ແລະສັນລະເສີນຖວາຍພຣະກຽດແດ່ພຣະອົງຜູ້ດຳລົງຢູ່ເປັນນິດເພາະການປົກຄອງນິລັນດອນ ແລະຣາຊອານາຈັກຂອງພຣະອົງດຳລົງຢູ່ທຸກຊົ່ວອາຍຸ

1
04/35.txt Normal file
View File

@ -0,0 +1 @@
\v 35 ພຣະອົງຊົງຖືວ່າຊາວແຜ່ນດິນໂລກທັງຫມົດນັ້ນເປັນຄົນທີ່ໄຮ້ຄ່າ ພຣະອົງຊົງເຮັດຕາມມັກໃຈທ່າມກາງກອງທັບແຫ່ງຟ້າ ແລະທ່າມກາງຊາວແຜ່ນດິນໂລກຕາມທີ່ພຣະອົງຊົງມັກໃຈ ບໍ່ມີຜູ້ໃດຍັບຍັ້ງມືຂອງພຣະອົງໄດ້ ຫລືທູນຖາມພຣະອົງໄດ້ວ່າ “ເປັນຫຍັງຈຶ່ງຊົງເຮັດເຊັ່ນນີ້?”'

1
04/36.txt Normal file
View File

@ -0,0 +1 @@
\v 36 ໃນເວລາດຽວກັນທີ່ຈິດໃຈຂອງເຮົາກໍກັບຄືນເປັນປົກກະຕິ ຄວາມສູງສົ່ງແລະສະງ່າຣາສີກັບມາສູ່ເຮົາອີກ ເພື່ອສັກດີກີແຫ່ງຣາຊອານາຈັກຂອງເຮົາ ບັນດາອົງມົນຕີແລະບັນດາຣາຊວົງກໍໄດ້ສະແຫວງຫາຄວາມເມດຕາຂອງເຮົາ ບັນລັງຂອງເຮົາ ກໍໄດ້ກັບຄືນມາ ແລະຄວາມຍິ່ງໃຫຍ່ກັບເພີ່ມພູນແກ່ເຮົາຂຶ້ນອີກ \v 37 ບັດນີ້ ເຮົາເອງ ເນບູກາດເນັດຊາຂໍສັນລະເສີນ ຍົກຍ້ອງແລະຖວາຍກຽດແດ່ອົງກະສັດແຫ່ງຟ້າ ເພາະວ່າພຣະຣາຊກິດຂອງພຣະອົງຖືກຕ້ອງ ແລະພຣະມໍຣະຄາຂອງພຣະອົງກໍທ່ຽງທຳ ພຣະອົງຊົງເຮັດໃຫ້ບັນດາຜູ້ດຳເນີນຢູ່ໃນຄວາມເຍີ້ຍຍິ່ງຂອງພວກເຂົາໄດ້ຖ່ອມຕົວເອງ

1
05/01.txt Normal file
View File

@ -0,0 +1 @@
\v 1 ກະສັດເບນຊັດຊາເຣ ໄດ້ຊົງຈັດງານລ້ຽງໃຫຍ່ເເກ່ບັນດາເຊື້ອພະວົງໄດ້ກິນເຫລົ້າອາງຸ່ນຕໍ່ຫນ້າຄົນຫນຶ່ງພັນຄົນນັ້ນ \v 2 ຂະນະທີ່ພິດເຫລົ້າພວມຂຶ້ນຈຶ່ງໄດ້ຊົງສັ່ງເອົາຈອກເເລະເຫລົ້າເຮັດດ້ວຍເງິນເເລະຄຳ ຊຶ່ງເນບູກາດເນັດຊາພະລາຊະບິດາຂອງພະອົງໄດ້ຊົງຍຶດມາຈາກພະວິຫານໃນເມືອງເຢຣູຊາເລັມ ອອກມາໃຫ້ກະສັດເເລະບັນດາເຊື້ອພະວົງຂອງພະອົງເເລະພະມະເຫສີ ເເລະນາງສະຫນົມເພື່ອໃຊ້ໃສ່ເຫລົ້າອະງຸ່ນດື່ມ

1
05/03.txt Normal file
View File

@ -0,0 +1 @@
\v 3 ພວກຄົນໃຊ້ຈຶ່ງໄດ້ນຳພາຊະນະທອງຄຳຊຶ່ງຍຶດມາຈາກວິຫານຄືນິເວດຂອງພຣະເຈົ້າໃນນະຄອນເຢຣູຊາເລັມອອກມາ ເເລະກະສັດ ເເລະບັນດາເຊື້ອພະວົງຂອງພະອົງທັງມະເຫສີເເລະນາງສະຫນົມກໍໄດ້ດື່ມຈາກພະຊະນະເຫລົ່ານັ້ນ \v 4 ພວກເຂົາໄດ້ດື່ມເຫລົ້າອະງຸ່ນ ເເລະສັນເສີນຮູບເຄົາລົບທັງຫລາຍທີ່ເຮັດດ້ວຍທອງຄຳ ເງິນ ເເລະທອງສຳຣິດ ເຫລັກ ໄມ້ ເເລະຫີນ

1
05/05.txt Normal file
View File

@ -0,0 +1 @@
\v 5 ໃນທັນໃດນັ້ນ ມີນິ້ວມືຄົນຫລາຍນິ້ວໄດ້ປະກົດຂຶ້ນ ເເລະໄດ້ຂຽນລົງທີ່ຜະຫນັງພະຣາຊວັງຂອງກະສັດຫນ້າຄັນປະທິບເເລະກະສັດໄດ້ຊົງທອດພະເນດສ່ວນຫນຶ່ງຂອງມືທີ່ຂຽນນັ້ນ \v 6 ເເລ້ວພະພັກຂອງກະສັດກໍຊີດໄປ ເເລະ ພະອົງກໍຕົກໃຈ ຈົນວ່າຂາສັ່ນ

1
05/07.txt Normal file
View File

@ -0,0 +1 @@
\v 7 ກະສັດຊົງມີຮັບສັ່ງສຽງດັງໃຫ້ນຳຄົນເຫລົ່ານັ້ນທີ່ອ້າງວ່າເວົ້າກັບຄົນຕາຍໄດ້ເຫລົ່ານັກປາດ ເເລະເຫລົ່າໂຫລາຈານເຂົ້າມາເຝົ້າ ກະສັດໄດ້ກ່າວກັບຄົນເຫລົ່ານັ້ນທີ່ມີຊື່ສຽງເປັນຄົນມີປັນຍາຂອງບາບີໂລນວ່າ “ຜູ້ໃດກໍຕາມທີ່ອະທິບາຍສິ່ງທີ່ຂຽນໄວ້ນີ້ແລະແປຄວາມຫມາຍໃຫ້ເຮົາໄດ້ ເຮົາຈະໃຫ້ຜູ້ນັ້ນສວມເສື້ອສີມ່ວງແລະສວມສາຍຄໍທອງຄຳຮອບຄໍເຂົາ ແລະເຮົາຈະຕັ້ງໃຫ້ເປັນຜູ້ມີອຳນາດໃນຣາຊອານາຈັກຂອງເຮົາ”

1
05/08.txt Normal file
View File

@ -0,0 +1 @@
\v 8 ແລ້ວພວກນັກປຶກສາຂອງກະສັດກໍເຂົ້າມາທັງຫມົດ ແຕ່ພວກເຂົາບໍ່ສາມາດອ່ານຂໍ້ຂຽນ ຫລືແປຄວາມຫມາຍໃຫ້ກະສັດໄດ້ \v 9 ແລ້ວກະສັດເບັນຊາຊັດເຣຊົງຕົກໃຈຢ່າງຫລາຍ ແລະຫນ້າຂອງພຣະອົງກໍໄດ້ຊີດໄປບັນດາເຊື້ອພຣະວົງທັງຫລາຍຂອງພຣະອົງກໍໄດ້ສຽນສົນເທ່

1
05/10.txt Normal file
View File

@ -0,0 +1 @@
\v 10 ບັດນີ້ ພຣະຣາຊີນີໄດ້ເຂົ້າມາໃນການລ້ຽງ ເພາະໄດ້ຍິນຖ້ອຍຄຳຂອງກະສັດແລະເຈົ້ານາຍທັງຫລາຍ ແລະພຣະຣາຊີນີໄດ້ກ່າວວ່າ “ຂ້າແຕ່ກະສັດ ຂໍຊົງພຣະຈະເລີນເປັນນິດ ຂໍພຣະອົງຢ່າໄດ້ຊົງຕົກໃຈ ຫລືໃຫ້ຫນ້າຂອງພຣະອົງຊີດໄປເລີຍ

1
05/11.txt Normal file
View File

@ -0,0 +1 @@
\v 11 ໃນຣາຊອານາຈັກຂອງພຣະອົງມີຜູ້ຊາຍຄົນຫນຶ່ງມີວິນຍານຂອງບັນດາອົງຜູ້ບໍລິສຸດໃນຕົວເຂົາ ໃນສະໄຫມຣັດຊະການຂອງເນບູກາດເນັດຊາພຣະຣາຊບິດາຂອງພຣະອົງ ຄວາມສະຫວ່າງ ແລະຄວາມເຂົ້າໃຈແລະປັນຍາເຫມືອນເປັນຍາຂອງບັນດາເທບເຈົ້າທັງຫລາຍໄດ້ພົບໃນຕົວຜູ້ຊາຍຄົນນີ້ ກະສັດເນບູກາດເນັດຊາ ພຣະຣາຊບິດາຂອງພຣະອົງ ໄດ້ຊົງແຕ່ຕັ້ງໃຫ້ເຂົາເປັນຫົວຫນ້າຄົນເຫລົ່ານັ້ນທີ່ອ້າງວ່າເວົ້າກັບຄົນຕາຍໄດ້ ເຫລົ່ານັກວິຊາອາຄົມ ແລະເຫລົ່າຫມໍໂຫນ \v 12 ເຂົາມີວິນຍານເລີດ ມີຄວາມຮູ້ແລະຄວາມເຂົ້າໃຈທີ່ຈະແກ້ຄວາມຝັນແກ້ປິດສະຫນາແລະແກ້ປັນຫາຕ່າງໆ ເຂົາຄືດານີເອນ ຊຶ່ງກະສັດໄດ້ປະທານນາມວ່າເບັນເຕຊັດຊາເຣ ບັດນີ້ ຂໍຊົງ ຮ້ອງດານີເອນມາ ແລະເຂົາຈະແປຄວາມຫມາຍຂອງສິ່ງທີ່ໄດ້ຂຽນໄວ້ນັັ້ນຖວາຍພຣະອົງ”

1
05/13.txt Normal file
View File

@ -0,0 +1 @@
\v 13 ແລ້ວດານີເອນຈຶ່ງໄດ້ຖືກນຳໃຫ້ເຂົ້າເຝົ້າຕໍ່ຫນ້າຂອງກະສັດ ກະສັດໄດ້ກ່າວຖາມດານີເອນວ່າ “ເຈົ້າຄືດານີເອນຄົນນັ້ນໃນພວກທີ່ຖືກກວດເປັນຊະເລີຍມາຈາກຢູດາຍ \v 14 ເຮົາໄດ້ຍິນວ່າເຈົ້າມີວິດຍານຂອງບັນດາເທບພະເຈົ້າໃນຕົວເຈົ້າແລະເຈົ້າມີຄວາມສະຫວ່າງ ຄວາມເຂົ້າໃຈ ແລະປັນຍາເລີດປະຈຳຕົວ

1
05/15.txt Normal file
View File

@ -0,0 +1 @@
\v 15 ພວກນັກປຶກສາແລະຄົນເຫລົ່ານັ້ນທີ່ອ້າງວ່າເວົ້າກັບຄົນຕາຍໄດ້ ໄດ້ຖືກຮ້ອງມາຕໍ່ຫນ້າເຮົາໃຫ້ອ່ານຂໍ້ຄວາມຫມາຍໃຫ້ເຮົາ ແຕ່ພວກເຂົາບໍ່ສາມາດແປຄວາມຫມາຍຂອງເລື່ອງລາວນີ້ໄດ້ \v 16 ເຮົາໄດ້ຍິນວ່າເຈົ້າສາມາດແປຄວາມຫມາຍແລະແກ້ປັນຫາໄດ້ ບັດນີ້ຖ້າເຈົ້າສາມາດອ່ານຂໍ້ຄວາມແລະແປຄວາມຫມາຍໃຫ້ໄດ້ ເຈົ້າຈະໄດ້ສວມເສື້ອສີມ່ວງແລະສວມສາຍຄໍທອງຄຳຮອບຄໍຂອງເຈົ້າ ແລະເປັນຜູ້ມີອຳນາດໃນຣາຊອານາຈັກ”

1
05/17.txt Normal file
View File

@ -0,0 +1 @@
\v 17 ແລ້ວດານີເອນໄດ້ທູນກະສັດວ່າ “ຂໍຊົງເກັບຂອງພຣະຊທານໄວ້ເປັນຂອງພຣະອົງເຖີດ ແລະຂໍປະທານຮາງວັນແກ່ຜູ້ອື່ນ ສ່ວນຂ້ານ້ອຍຈະຂໍອ່ານຂໍ້ຂຽນຖວາຍກະສັດແລະຖວາຍຄຳແປຄວາມຫມາຍໃຫ້ພຣະອົງຊົງຮູ້ ຂ້າແຕ່ກະສັດ \v 18 ສຳຫລັບພຣະອົງເອງ ພຣະເຈົ້າສູງສຸດໄດ້ປະທານຣາຊອານາຈັກຄວາມຍິ່ງໃຫຍ່ ສັກດີກີ ແລະບາຣາມີແກ່ເນບູກາດເນັດຊາຣາຊບິດາຂອງພຣະອົງ \v 19 ເພາະຄວາມຍິ່ງໃຫຍ່ຊຶ່ງພຣະເຈົ້າໄດ້ປະທານແກ່ເນບູກາດເນັດຊາ ຊົນທຸກຊາດທຸກພາສາຈຶ່ງໄດ້ສັ່ນສະທ້ານແລະເກງຂາມພຣະອົງ ພຣະອົງຈະຊົງປະຫານຜູ້ໃດທີ່ຊົງພຣະປະສົງກໍໄດ້ຊົງປະຫານຈະຊົງໃຫ້ຜູ້ໃດດຳລົງຊີວິດຢູ່ກໍຊົງໃຫ້ດຳລົງຊີວິດ ຈະຊົງແຕ່ງຕັ້ງຜູ້ໃດກໍຊົງແຕ່ງຕັ້ງ ຈະຊົງເຮັດໃຫ້ຜູ້ໃດຕ່ຳຕ້ອຍລົງກໍຊົງເຮັດຕາມທີ່ພຣະອົງຊົງຕ້ອງພຣະປະສົງ

1
05/20.txt Normal file
View File

@ -0,0 +1 @@
\v 20 ແຕ່ເມື່ອໃຈຂອງພຣະຣາຊບິດາຊົງຈອງຫອງຂຶ້ນ ແລະຈິດວິນຍານຂອງພຣະອົງກໍໄດ້ຊົງແຂ້ງກະດ້າງໄປ ຈຶ່ງໄດ້ຊົງປະກອບກິດດ້ວຍຄວາມຫໍ່ເຫີມ ພຣະເຈົ້າຈຶ່ງໄດ້ຊົງຖອດພຣະອົງຈາກຣາຊບັນລັງແລະພວກເຂົາໄດ້ຮີບສັກດີກີຂອງພຣະອົງໄປ \v 21 ພຣະເຈົ້າຊົງຂັບໄລ່ເນບູກາດເນັດຊາໄປຈາກທ່າມກາງມະນຸດ ພຣະອົງຊົງມີໃຈເປັນເຫມືອນໃຈສັດປ່າ ແລະພຣະອົງປະທັບຢູ່ກັບລາປ່າ ພຣະອົງກິນຫຍ້າເຫມືອນງົວ ພຣະກາຍຂອງພຣະອົງກໍຊົງປຽກນ້ຳຄ້າງຈາກຟ້າຈົນກວ່າຈະຊົງສຳນຶກວ່າພຣະເຈົ້າສູງສຸດຊົງປົກຄອງຣາຊອານາຈັກຂອງປະຊາຊົນແລະຊົງແຕ່ງຕັ້ງຜູ້ໃດກໍຕາມທີ່ພຣະອົງຊົງພຣະປະສົງຈະຊົງໃຫ້ປົກຄອງພວກເຂົາ

1
05/22.txt Normal file
View File

@ -0,0 +1 @@
\v 22 ຂ້າແຕ່ເບັນຊັດຊາເຣ ພຣະອົງຊົງເປັນພຣະຣາຊໂອລົດ ແມ້ພຣະອົງໄດ້ຊົງຮູ້ສິ່ງເຫລົ່ານີ້ແລ້ວ ກໍບໍ່ໄດ້ຖ່ອມໃຈຂອງພຣະອົງ \v 23 ແຕ່ກັບຊົງຍົກພຣະອົງເອງຂຶ້ນສູ້ກັບອົງພຣະຜູ້ເປັນເຈົ້າແຫ່ງຟ້າ ແລະຊົງໃຫ້ນຳພາຊະນະແຫ່ງພຣະວີຫານຂອງພຣະອົງມາຕໍ່ຫນ້າຂອງພຣະອົງແລ້ວພຣະອົງເອງ ພວກເຈົ້ານາຍຂອງພຣະອົງ ທັງມະເຫສີ ແລະນາງສະຫມົນຂອງພຣະອົງກໍດື່ມເຫລົ້າອະງຸ່ນຈາກພາຊະນະ້ຫລົ່ານັ້ນ ແລະພຣະອົງໄດ້ຊົງສັນລະເສີນຮູບເຄົາຮົບທີ່ເຮັດດ້ວຍເງິນ ທອງຄຳ ທອງຊັບສິດ ເຫລັກ ໄມ້ ແລະຫິນ ຊຶ່ງຈະເບິ່ງຫລືຟັງຫລືເຂົ້າໃຈກໍບໍ່ໄດ້ ແຕ່ພຣະອົງບໍ່ໄດ້ຖວາຍພຣະກຽດແດ່ພຣະເຈົ້າ ຜູ້ຊຶ່ງລົມປານຂອງພຣະອົງຢູ່ໃນມືຂອງພຣະອົງ ແລະທາງທັງຫມົດຂອງພຣະອົງກໍຂຶ້ນຢູ່ກັບພຣະອົງ \v 24 ແລ້ວພຣະເຈົ້າໄດ້ຊົງສົ່ງມືຈາກເບື້ອງຫນ້າພຣະອົງ ແລະຂໍ້ຂຽນກໍໄດ້ຖືກຈາເລິກໄວ້

1
05/25.txt Normal file
View File

@ -0,0 +1 @@
\v 25 ຕໍ່ໄປນີ້ເປັນຂໍ້ຂຽນທີ່ຈາເລິກໄວ້ຄື 'ຈຳນວນ ຈຳນວນ ນ້ຳຫນັກ ແລະແບ່ງແຍກ' \v 26 ຕໍ່ໄປນີ້ເປັນຄຳແປຂໍ້ຄວາມນັ້ນ'ຈຳນວນ' 'ພຣະເຈົ້າໄດ້ຊົງຄຳນວນວາຣະສິ້ນສຸດແຫ່ງຣາຊອານາຈັກຂອງພຣະອົງໄວ້ແລ້ວ' \v 27 ນ້ຳຫນັກ' 'ພຣະອົງໄດ້ຊົງຖືກຊັ່ງໃນຕາຊູ ແລະໄດ້ຊົງພົບວ່າຍັງຂາດຢູ່' \v 28 ແບ່ງແຍກ' 'ຣາຊອານາຈັກຂອງພຣະອົງໄດ້ຖືກແບ່ງອອກໃຫ້ແກ່ຄົນມີນີເອນແລະຄົນເປີເຊຍ”'

1
05/29.txt Normal file
View File

@ -0,0 +1 @@
\v 29 ແລ້ວເບັນຊັດຊາກໍໄດ້ຊົງມີພຣະບັນຊາແລະພວກເຂົາກໍໄດ້ສວມເສື້ອຜ້າສີມ່ວງສາຍຄໍທອງຄຳກໍໄດ້ສວມຮອບຄໍຂອງເຂົາ ແລະກະສັດໄດ້ຊົງຈັດກຽດຕິຍົດກ່ຽວກັບເຂົາວ່າ ເຂົາໄດ້ແຕ່ຕັ້ງແລະມີອຳນາດຫນ້າທີ່ີເປັນຜູ້ມີອຳນາດໃນຣາຊອານາຈັກ \v 30 ໃນຄືນວັນນັ້ນເອງ ເບັນຊັດຊາເຣກະສັດຄົນບາບີໂລນກໍໄດ້ຊົງຖືກສັງຫານ \v 31 ແລະດາຣິອຸດຊາວເມເດຍກໍໄດ້ຊົງຮັບຣາຊອານາຈັກ ຂະນະເມື່ອພຣະອົງຊົງມີຊີວິດມາຢູ່ປະມານຫົກສິບສອງພັນສາ

1
06/01.txt Normal file
View File

@ -0,0 +1 @@
\v 1 ກະສັດດາຣິອຸດ ໄດ້ຊົງເເຕ່ງຕັ້ງຜູ້ວ່າຣາຊການເເຄ້ວນຈຳນວນ120ຄົນ ເພື່ອໃຫ້ປົກຄອງທົ່ວຣາຊອານາຈັກ \v 2 ເເລະຊົງຕັ້ງສາມຄົນຢູ່ເຫນືອພວກຜູ້ວ່າການເເຄວ້ນເເລະດານີເອນເປັນຄົນຫນຶ່ງທີ່ຈະຮັບລາຍງານຈາກຜູ້ວ່າຣາຊການເເຄວ້ນ ເພື່ອກະສັດຈະບໍ່ຂາດປະໂຫຍດ \v 3 ດານີເອນກໍໄດ້ມີຊື່ສຽງຄົນອື່ນໆ ເເລະຜູ້ວ່າຣຊາການເເຄວ້ນທັງຫລາຍ ເພາະວ່າເຂົາໄດ້ມີວິນຍານສະຖິດກັບເຂົາ ກະສັດຊົງມີເເຜນຈະເເຕ່ງຕັ້ງໃນເຂົາດູເເລອານາຈັກເຫລົ່ານັ້ນທັງຫມົດ

1
06/04.txt Normal file
View File

@ -0,0 +1 @@
\v 4 ຜູ້ວ່າການເເຄວ້ນທັງຫລາຍຈຶ່ງໄດ້ຫາຄວາມຜິດໃນງານທີ່ດານີເອນເຮັດໃນເລື່ອງອານາຈັກ ເເຕ່ພວກເຂົາກໍຫາຄວາມຜິດຫລືຄວາມບົກຜ່ອງໃນງານຂອງເຂົາບໍ່ໄດ້ ເພາະເຂົາເປັນຄົນຊື່ສັດຈະຫາຄວາມຜິດຫລືການທາລຸນໃນໂຕເຂົາບໍ່ໄດ້ເລີຍ \v 5 ເເລ້ວຄົນເຫລົ່ານີ້ຈຶ່ງໄດ້ເວົ້າກັນວ່່າ ”ພວກເຮົາບໍ່ສາມາດຈະຟ້ອງຄົນດານີເອນໄດ້ ນອກຈາກເຮົາຈະຫາເຫດຜົນໃນເລື່ອງບັນຍັດເເຫ່ງພຣະເຈົ້າຂອງເຂົາ”

1
06/06.txt Normal file
View File

@ -0,0 +1 @@
\v 6 ເເລ້ວພວກຜູ້ວ່າຣາຊການ ເເຄວ້ນເຫລົ່ານີ້ກໍໄດ້ນຳເເຜນຖວາຍຕໍ່ຫນ້າກະສັດ ພວກເຂົາໄດ້ກ່າວວ່າ “ຂ້າແຕ່ກະສັດດາຣິອຸດ ຂໍຊົງພຣະຈະເລີນເປັນນິດ \v 7 ຜູ້ວ່າຣາຊການທຸກຄົນແຫ່ງຣາຊອານາຈັກທັງເຫລົ່າອົງມົນຕີ ແລະເຫລົ່າຜູ້ວ່າຣາຊການແຄ້ວນ ເຫລົ່າທີ່ປຶກສາ ແລະຜູ້ວ່າຣາຊການທັງຫມົດໄດ້ຫາລືຮ່ວມກັນແລະໄດ້ມີມາຕິວ່າ ກະສັດຄວນຈະຕາກົດຫມາຍແລະອອກພຣະຣາຊຖີກາແລະໃຫ້ມີຜົນໃຊ້ບັງຄັບທັນທີວ່າ ໃນສາມສິບວັນນີ້ ຖ້າມີໃຜບອກຂໍຕໍ່ເທບພະເຈົ້າຫລືມະນຸດນອກເຫນືອຈາກພຣະອົງ ຂ້າແຕ່ກະສັດ ກໍໃຫ້ໂຍນຄົນນັ້ນລົງໃນຖ້ຳສິງໂຕ

1
06/08.txt Normal file
View File

@ -0,0 +1 @@
\v 8 ບັດນີ້ ຂ້າແຕ່ກະສັດ ຂໍພຣະອົງຊົງຕຣາພຣະຣາຊຖີກາແລະຊົງລົງພຣະນາມໃນພຣະຣາຊຖີການັ້ນ ເພື່ອຈະປ່ຽນແປງບໍ່ໄດ້ ຕາມກົດຫມາຍຂອງຄົນເມເດຍແລະຄົນເປີເຊຍ” \v 9 ດັ່ງນັ້ນ ກະສັດດາຣີອຸດຈຶ່ງໄດ້ລົງພຣະນາມໃນຫນັງສືສຳຄັນແລະໃຫ້ພຣະຣາຊຖີການັ້ນເປັນກົດຫມາຍ

1
06/10.txt Normal file
View File

@ -0,0 +1 @@
\v 10 ເມື່ອດານີເອນໄດ້ຮູ້ວ່າກະສັດລົງພຣະນາມໃນເອກກະສານເປັນກົດຫມາຍແລ້ວເຂົາກໍໄດ້ກັບບ້ານຂອງເຂົາ (ບັດນີ້ຫນ້າຕ່າງຂອງເຂົາໄດ້ເປີດທີ່ຫ້ອງຊັ້ນເທິງຫັນຫນ້າໄປຍັງກຸງເຢລູຊາເລັມ) ແລະເຂົາກໍໄດ້ອະທິຖານແລະຂອບພຣະຄຸນ ພຣະເຈົ້າຂອງເຂົາຢ່າງທີ່ໄດ້ເຄີຍເຮັດກ່ອນຫນ້ານີ້ \v 11 ແລ້ວພວກຄົນເຫລົ່ານັ້ນທີ່ໄດ້ວາງແຜນດ້ວຍກັນໄດ້ເຫັນດານີເອນກຳລັງອະທິຖານແລະຂໍການຊ່ວຍເຫລືອຈາກພຣະເຈົ້າ

1
06/12.txt Normal file
View File

@ -0,0 +1 @@
\v 12 ແລ້ວພວກເຂົາກໍໄດ້ໄປເຂົ້າເຝົ້າກະສັດແລະໄດ້ບອກພຣະອົງກ່ຽວກັບພຣະຣາຊຖີກາວ່າ “ຂ້າແຕ່ກະສັດ ພຣະອົງໄດ້ຊົງລົງພຣະນາມໃນຫນັງສືສຳຄັນສະບັບຫນຶ່ງບໍ່ແມ່ນຫລືວ່າ ຖ້າມີໃຜບອກຂໍຕໍ່ເທບພະເຈົ້າຫລືມະນຸດພາຍໃນສາມສິບວັນນີ້ນອກເຫນືອຈາກພຣະອົງ ຂ້າແຕ່ກະສັດ ກໍໃຫ້ໂຍນຄົນນັ້ນລົງໃນຖ້ຳຂອງພວກສິງໂຕ?” ກະສັດໄດ້ກ່າວຕອບວ່າ “ເລື່ອງນັ້ນຍັງຄົງຢູ່ ຕາມກົດຫມາຍຂອງຄົນເມດາຍແລະຄົນເປີເຊຍ ຊຶ່ງຈະແກ້ໄຂບໍ່ໄດ້ເປັນອັນຂາດ”

1
06/13.txt Normal file
View File

@ -0,0 +1 @@
\v 13 ແລ້ວພວກເຂົາຈຶ່ງໄດ້ບອກຕໍ່ກະສັດວ່າ“ຂ້າແຕ່ກະສັດ ດານີເອນຄົນນັ້ນແຫລະທີ່ເປັນຄົນຫນຶ່ງໃນພວກທີ່ຖືກກວາດເປັນຊະເລີຍຈາກຢູດາ ບໍ່ໄດ້ເຊື່ອຟັງພຣະອົງ ແລະບໍ່ເຊື່ອຟັງພຣະຣາຊຖີກາຊຶ່ງພຣະອົງໄດ້ລົງພຣະນາມໄວ້ ເຂົາໄດ້ບອກຂໍຕໍ່ພຣະເຈົ້າຂອງເຂົາວັນລະສາມຄັ້ງ” \v 14 ເມື່ອກະສັດໄດ້ທົງສະດັບຖ້ອຍຄຳເຫລົ່ານີ້ແລ້ວພຣະອົງກໍໄດ້ຊົງທຸກໃຈຍິ່ງຫນັກ ແລະຊົງຕັ້ງໃຈຫາທາງຊ່ວຍກູ້ດານິເອນໃຫ້ລອດຈາກກົດຫມາຍນີ້ ພຣະອົງໄດ້ຊົງພະຍາຍາມຫາທາງຊ່ວຍດານີເອນຈົນເຖິງເວລາດວງອາທິດຕົກ

1
06/15.txt Normal file
View File

@ -0,0 +1 @@
\v 15 ແລ້ວຄົນເຫລົ່ານັ້ນທີ່ໄດ້ວາງແຜນຮ່ວມກັນກໍພາກັນມາເຂົ້າເຝົ້າກະສັດແລະບອກວ່າ “ຂ້າແຕ່ກະສັດ ຂໍພຣະອົງຊົງຮູ້ວ່າບໍ່ມີກົດຫມາຍຂອງຄົນເມເດຍແລະຄົນເປີເຊຍທີ່ປະກາດຫ້າມຫລືກົດຫມາຍຊຶ່ງກະສັດໄດ້ຊົງປະທັບຕຣາແລ້ວຈະສາມາດປ່ຽງແປງໄດ້”

1
06/16.txt Normal file
View File

@ -0,0 +1 @@
\v 16 ແລ້ວກະສັດໄດ້ຊົງບັນຊາແລະພວກເຂົາກໍໄດ້ນຳດານີເອນເຂົ້າມາ ແລະພວກເຂົາກໍໂຍນເຂົາເຂົ້າໄປໃນຖ້ຳສິງໂຕ ກະສັດໄດ້ກ່າວແກ່ດານີເອນວ່າ “ຂໍພຣະເຈົ້າຂອງເຈົ້າຜູ້ທີ່ເຈົ້າຮັບໃຊ້ຢູ່ຕະຫລອດມານັ້ນ ຊົງຊ່ວຍກູ້ເຈົ້າເຖີດ”

1
06/17.txt Normal file
View File

@ -0,0 +1 @@
\v 17 ແລະກະສັດກໍໄດ້ຊົງປະທັບຕຣາຂອງພຣະອົງ ແລະດ້ວຍຕຣາຂອງແຫວນບັນດາເຊື້ອພຣະອົງ ເພື່ອວ່າຈະບໍ່ມີໃຜມາປ່ຽນແປງ ສະຖານະການຂອງດານີເອນໄດ້ \v 18 ແລ້ວກະສັດກໍໄດ້ກັບພຣະຣາຊວັງຂອງພຣະອົງ ແລະໄດ້ຊົງອົດອາຫານຕະຫລອດຄືນນັ້ນບໍ່ໃຫ້ນຳສິ່ງບັນເທິງມາຖວາຍພຣະອົງດ້ວຍ ແລະພຣະອົງຊົງນອນບໍ່ລັບ

1
06/19.txt Normal file
View File

@ -0,0 +1 @@
\v 19 ແລ້ວໃນຕອນເຊົ້າ ກະສັດກໍໄດ້ຕື່ນນອນແລະພຣະອົງໄດ້ຮີບໄປຍັງຖ້ຳສິງໂຕ \v 20 ເມື່ອພຣະອົງມາໃກ້ຖ້ຳພຣະອົງກໍໄດ້ກ່າວຮ້ອງດານີເອນດ້ວຍສຽງທຸກໃຈຕໍ່ດານີເອນວ່າ “ໂອ ດານີເອນຜູ້ຮັບໃຊ້ຂອງພຣະເຈົ້າຜູ້ຊົງມີຊີວິດຢູ່ພຣະເຈົ້າຂອງເຈົ້າຊຶ່ງເຈົ້າໄດ້ຮັບໃຊ້ເນື່ອງນິດນັ້ນ ຊົງສາມາດຊ່ວຍກູ້ເຈົ້າຈາກສິງໂຕໄດ້ແລ້ວບໍ?”

1
06/21.txt Normal file
View File

@ -0,0 +1 @@
\v 21 ແລ້ວດານີເອນໄດ້ບອກກະສັດວ່າ “ຂ້າແຕ່ກະສັດ ຂໍຊົງພຣະຈະເລີນເປັນນິດ \v 22 ພຣະເຈົ້າຂອງຂ້ານ້ອຍຊົງໃຊ້ບອກຂອງພຣະອົງມາປິດປາກເຫລົ່າສິງໂຕໄວ້ແລະພວກມັນບໍ່ໄດ້ເຮັດອັນຕະລາຍແກ່ຂ້ານ້ອຍ ເພາະຂ້ານ້ອຍໄຮ້ຄວາມຜິດຕໍ່ຫນ້າພຣະອົງ ຂ້າແຕ່ກະສັດ ຂ້ານ້ອຍບໍ່ໄດ້ເຮັດຜິດປະການໃດຕໍ່ຫນ້າພຣະອົງດ້ວຍ”

1
06/23.txt Normal file
View File

@ -0,0 +1 @@
\v 23 ແລ້ວກະສັດກໍໄດ້ຊົງທຸກໃຈຍິ່ງຫນັກພຣະອົງໄດ້ຊົງບັນຊາໃຫ້ນຳດານີເອນອອກມາຈາກຖ້ຳ ດັ່ງນັ້ນດານີເອນກໍໄດ້ຖືກດຶງຂຶ້ນມາຈາກຖ້ຳ ບໍ່ປາກົດວ່າມີອັນຕະລາຍຢ່າງໃດທີ່ຕົວເຂົາເລີຍ ເພາະເຂົາໄດ້ວາງໃຈໃນພຣະເຈົ້າຂອງເຂົາ

1
06/24.txt Normal file
View File

@ -0,0 +1 @@
\v 24 ກະສັດໄດ້ຊົງບັນຊາ ແລະພວກເຂົາໄດ້ນຳຄົນເຫລົ່ານັ້ນທີ່ໃສ່ຮ້າຍດານີເອນ ແລະໄດ້ໂຍນຖິ້ມໃນຖ້ຳສິງໂຕ ທັງຕົວເຂົາ ແລະລູກທັງຫລາຍ ແລະເມຍຂອງພວກເຂົາດ້ວຍ ຍັງບໍ່ທັນຕົກໄປເຖິງພື້ນຖ້ຳ ພວກສິງໂຕກໍຂະຍ້ຳພວກເຂົາ ແລະຫັກກະດູກຂອງເຂົາທັງຫລາຍຈົນແຫລກເປັນຕ້ອນໆ \v 25 ແລ້ວກະສັດດາຣິອຸດໄດ້ຊົງມີພຣະຣາຊສານໄປເຖິງຊົນທຸກຊາດທຸກພາສາທີ່ອາໃສຢູ່ໃນແຜ່ນດິນທັງຫມົດວ່າ “ສັນຕິສຸກມີແກ່ທ່ານທັງຫລາຍຢ່າງທະວີຄູນ

1
06/26.txt Normal file
View File

@ -0,0 +1 @@
\v 26 ເຮົາອອກພຣະຣາຊຖີກາວ່່າ ໃຫ້ຄົນທົງຫລາຍໃນຣາຊອານາຈັກທັງຫມົດຂອງເົຮາຍ້ານແລະຍ້ຳເກງພຣະເຈົ້າຂອງດານີເອນ ເພາະພຣະອົງຊົວເປັນພຣະເຈົ້າຜູ້ຊົງມີຊີວິດຢູ່ ຊົງດຳລົງຢູ່ເປັນນິດ ແລະຣາຊອານາຈັກຂອງພຣະອົງຈະບໍ່ຖືກທຳລາຍ ແລະການປົກຄອງຂອງພຣະອົງຈະດຳລົງຈົນເຖິງທີ່ສຸດ \v 27 ພຣະອົງໄດ້ຊົງຊ່ວຍກູ້ແລະໄດ້ຊ່ວຍໃຫ້ພົ້ນໄພ ພຣະອົງຊົງເຮັດຫມາຍສຳຄັນແລະການອັດສະຈັນໃນຟ້າແລະເທິງພື້ນແຜ່ນດິນພຣະອົງໄດ້ຊົງຊ່ວຍດານີເອນໃຫ້ລອດຈາກອຳນາດຂອງເຫລົ່າສິງໂຕ”

1
06/28.txt Normal file
View File

@ -0,0 +1 @@
\v 28 ດັ່ງນັ້ນ ດານີເອນຈຶ່ງໄດ້ຈະເລີນກ້າວຫນ້າໃນຣັດສະໄຫມຂອງດາຣິອຸດ ແລະໃນຣັດສະໄຫມຂອງໄຊຣັດຊາວເປີເຊຍ

1
07/01.txt Normal file
View File

@ -0,0 +1 @@
\v 1 ດານີເອນໄດ້ມີຄວາມຝັນແລະນິມິດໃນຄວາມຄິດຂອງເຂົາຂະນະທີ່ເຂົານອນເທິງທີ່ນອນຂອງເຂົາ ແລ້ວເຂົາຈຶ່ງໄດ້ບັນທຶກສິ່ີງທີ່ເຂົາໄດ້ເຫັນໃນຄວາມຝັນນັ້ນໄວ້ ເຂົາໄດ້ບັນທຶກເຫດການສຳຄັນທີ່ສຸດນັ້ນໄວ້ \v 2 ດານີເອນໄດ້ອະທີບາຍວ່າ “ໃນນິມິດຂອງຂ້າພະເຈົ້າເວລາກາງຄືນຂ້າພະເຈົ້າໄດ້ເຫັນລົມທັງສີ່ຂອງຟ້າໄດ້ປຸກປັ່ນທະເລໃຫຍ່ \v 3 ສັດໃຫຍ່ສີ່ໂຕ ແຕ່ລະໂຕກໍມີລັກຊະນະແຕກຕ່າງຈາກໂຕອື່ນໄດ້ຂຶ້ນອອກມາຈາກທະເລ

1
07/04.txt Normal file
View File

@ -0,0 +1 @@
\v 4 ຕົວແລກເຫມືອນສິງໂຕແຕ່ໄດ້ມີປີກນົກອິນຊີ ເມື່ອຂ້າພະເຈົ້າເບິ່ງຢູ່ນັ້ນ ປີກທັງສອງຂ້າງຂອງມັັນກໍຖືກຍົກຂຶ້ນຈາກພື້ນດິນ ແລະຖືກເຮັດໃຫ້ຢືນສອງຕີນເຫມືອນມະນຸດ ໃຈຂອງມະນຸດຖືກມອບໃຫ້ມັນ \v 5 ແລ້ວມີສັດໂຕທີ່ສອງເຫມືອນຫມີ ແລະມັນໄດ້ຍ່າຍໂຕຂ້າງຫນຶ່ງຂຶ້ນ ມັນມີກະດູກຊີກໂຄງສາມຊີກລະຫວ່າງແຂ້ວໃນປາກຂອງມັນ ມີສຽງບອກມັນວ່າ ‘ຈົ່ງລຸກຂຶ້ນ ແລະກິນປະຊາຊົນຫລວງຫລາຍຢ່າງຕະກະ’

1
07/06.txt Normal file
View File

@ -0,0 +1 @@
\v 6 ຂ້າພະເຈົ້າໄດ້ເບິ່ງອີກຄັ້ງມີສັດອີກໂຕຫນຶ່ງ ທີ່ເບີ່ງເຫມືອນເສືອດາວ ເທິງຫລັງຂອງມັນມີປີກສີ່ປີກເຫມືອນປີກນົກ ມັນມີຫົວສີ່ຫົວ ແລະມັນໄດ້ຮັບສິດທິອຳນາດໃນການປົກຄອງ \v 7 ຕໍ່ຈາກນັ້ນຂ້າພະເຈົ້າໄດ້ເຫັນນິມິດໃນເວລາກາງຄືນສັດໂຕທີ່ສີ່ ມັນຮ້າຍກາດ ຫນ້າຢ້ານ ແລະແຂ້ງແຮງຫລາຍ ມັນມີແຂ້ວເຫລັກທີ່ໃຫຍ່ ມັນກິນຢ່າງຕະກະຕະກາມ ໄດ້ຫັກເປັນຕ້ອນໆ ແລະຢຽບສິ່ງທີ່ເຫລືອກິນນັ້ນໃຫ້ຢູ່ໃຕ້ຕີນ ມັນຕ່າງກັບສັດອື່ນທັງຫມົດ ມັນມີເຂົາສິບເຂົາ

1
07/08.txt Normal file
View File

@ -0,0 +1 @@
\v 8 ຂະນະທີ່ຂ້າພະເຈົ້າເຄາະເຂົາເຫລົ່ານັ້ນຂ້າພະເຈົ້າໄດ້ເບິ່ງແລະໄດ້ເຫັນ ມີເຂົານ້ອຍໆອີກເຂົາຫນຶ່ງງອກຂຶ້ນມາທ່າມກາງເຂົາເຫລົ່ານັ້ນ ເຂົາຮຸ່ນແລກສາມເຂົາໄດ້ຖືກຖອນຮາກອອກໄປ ຂ້າພະເຈົ້າໄດ້ເຫັນເຂົານີ້ມີຕາ້ຫມືອນຕາ່ມະນຸດ ແລະມີປາກເວົ້າໂອແຕ່ເລື່ອງຍິ່ງໃຫຍ່

1
07/09.txt Normal file
View File

@ -0,0 +1 @@
\v 9 ເມື່ອຂະນະທີ່ຂ້າພະເຈົ້າໄດ້ເບິ່ງ ມີຫລາຍບັນລັງມາຕັ້ງໄວ້ ອົງພຣະຜູ້ເປັນເຈົ້າໄດ້ຢູ່ເທິງບັນລັງ ເຄື່ອງນຸ່ງຂອງພຣະອົງກໍຂາວຢ່າງຫິມະ ພຣະຜົມຂອງພຣະອົງກໍເຫມືອນຂົນແກະທີ່ບໍລິສຸດພຣະບັນລັງຂອງພຣະອົງເປັນເປວເພີງແລະພວກລໍ້ນັ້ນເປັນໄຟລຸກຢູ່

1
07/10.txt Normal file
View File

@ -0,0 +1 @@
\v 10 ແມ່ນ້ຳແຫ່ງໄຟກໍໄຫລພຸ່ງອອກມາຕໍ່ຫນ້າພຣະອງົ ຄົນນັບລ້ານໄດ້ຮັບໃຊ້ພຣະອົງ ແລະຄົນນັບຮ້ອຍລ້ານໄດ້ເຂົ້າເຝົ້າພຣະອົງ ສານກໍໄດ້ເລີ່ມກະບວນການ ບັນດາຫນັງສືກໍເປີດອອກ

Some files were not shown because too many files have changed in this diff Show More