lo_act_text_ulb_l3/10/39.txt

1 line
1.5 KiB
Plaintext

\v 39 ຂ້າ​ພະ​ເຈົ້າ​ຄື​ຜູ້​ທີ່​ເປັນ​ພະ​ຍານ​ຂອງ​ທຸກ​ສີ່ງ​ທີ່​ພ​ຣະ​ອົງ​ຊົງ​ເຮັດ, ​ທັງໃນແຂວງ​ຢູ​ດາຍ ແລະ ໃນ​ນະ​ຄອນ ເຢ​ຣູ​ຊາ​ເລັມ. ພ​ຣະ​ເຢ​ຊູເຈົ້າ​ອົງ​ນີ້​ແຫລະ ທີ່​ພວກ​ເຂົາ​ຂ້າ ແລະ ແຂວນ​ພ​ຣະ​ອົງ​ໄວ້​ເທິງ​ຕົ້ນ​ໄມ້, \v 40 ແຕ່ພ​ຣະ​ອົງ​ນີ້​ແຫລະ ທີ່​ພ​ຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ໃນ​ວັນ​ທີ​ສາມ ແລະ​ຊົງ​ໃຫ້​ພ​ຣ​ະ​ອົງ​ປາກົດແຈ້ງ, \v 41 ບໍ່​ໄດ້​ຊົງ​ສະແດງ​ແກ່​ທຸກ​ຄົນ, ແຕ່​ສະ​ແດງ​ຕໍ່​ຜູ້​ທີ່​ເປັນ​ພະ​ຍານ​ທີ່​ພ​ຣະ​ເຈົ້າ​ຊົງ​ເລືອກ​ໄວ້ລ່​ວງ​ໜ້າ​ຄື—ພວກ​ເຮົາ​ເອງ​ທີ່​ໄດ້​ຮັບ​ກິນ ແລະ ດື່ມ​ກັບ​ພ​ຣະ​ອົງ ຫລ​ັງ​ຈາກ​ທີ່​ພ​ຣະ​ອົງ​ຊົງ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ແລ້ວ.