lo_act_text_ulb_l3/06/12.txt

1 line
1.3 KiB
Plaintext

\v 12 ພວກເຂົາປຸກລະດົມປະຊາຊົນ, ພວກຜູ້ອາວຸໂສ, ແລະພວກທຳມະຈານ, ແລະພວກຄົນເຫລົ່ານັ້ນກໍໄດ້ເຂົ້າມາຈັບຊະເຕຟາໂນ ແລະ ພາຕົວລາວໄປທີ່ສະພາຢິວ. \v 13 ພວກເຂົາໄດ້ນຳເອົາພະຍານປອມມາ, ກ່າວວ່າ, "ຊາຍຄົນນີ້ບໍ່ໄດ້ເຊົາເວົ້າຖ້ອຍຄຳໝິ່ນປະໝາດສະຖານທີ່ອັນສັກສິດແຫ່ງນີ້ ແລະ ພຣະບັນຍັດ. \v 14 ເພາະວ່າຂ້າພະເຈົ້າໄດ້ຍິນລາວເວົ້າວ່າ, ພະເຢຊູຄຣິດເຈົ້າແຫ່ງນາຊາເຣັດຄົນນີ້ຈະທຳລາຍສະຖານທີ່ແຫ່ງນີ້ ແລະ ປ່ຽນທຳນຽມທີ່ໂມເຊໄດ້ມອບໃຫ້ພວກເຮົາໄວ້." \v 15 ທຸກຄົນທີ່ນັ່ງຢູ່ໃນສະພາຢິວກໍແນມໄປເບິ່ງທີ່ ຊະເຕຟາໂນ ແລະ ເຫັນໜ້າຂອງທ່ານຄືກັບໜ້າຂອງເທວະດາ.