lo_act_text_ulb_l3/28/16.txt

1 line
1.5 KiB
Plaintext

\v 16 ເມື່ອເຮົາເຂົ້າໄປໃນກຸງໂຣມ, ໂປໂລໄດ້ຮັບອະນຸຍາດໃຫ້ຢູ່ຄົນດຽວກັບທະຫານທີ່ຄຸມເຂົາໄວ້. \v 17 ຫລັງຈາກນັ້ນສາມວັນ ໂປໂລຖືກຮ້ອງພ້ອມກັບຄົນເຫລົ່ານັ້ນທີ່ເຄີຍເປັນຜູ້ນຳໃນຫມູ່ຊາວຢິວ. ເມື່ອພວກເຂົາມາຮ່ວມກັນແລ້ວ ໂປໂລກ່າວກັບພວກເຂົາວ່າ, "ພີ່ນ້ອງທີ່ຮັກ, ເຖິງແມ້ວ່າຂ້າພຣະເຈົ້າບໍ່ໄດ້ເຮັດຫຍັງຜິດຕໍ່ຜູ້ຄົນ ຫລືປະເພນີຂອງບັນພະບຸລຸດຂອງເຮົາ, ຂ້າພະເຈົ້າໄດ້ຖືກສົ່ງໃຫ້ເປັນນັກໂທດຈາກກຸງເຢຣູຊາເລັມໄປຢູ່ໃນເມືອງຂອງຊາວໂຣມ. \v 18 ຫລັງຈາກທີ່ພວກເຂົາໄຕ່ສວນຂ້າພະເຈົ້າແລ້ວ, ພວກເຂົາປາດຖະຫນາໃຫ້ຂ້າພະເຈົ້າເປັນອິດສະລະ ເພາະບໍ່ມີເຫດຜົນໃດໃນຕົວຂ້າພະເຈົ້າ ຖືກຕໍ່ການລົງໂທດເຖິງຕາຍ.