lo_act_text_ulb_l3/26/15.txt

1 line
1.8 KiB
Plaintext

\v 15 ແລ້ວຂ້າພະອົງກໍເວົ້າວ່າ, 'ພຣະອົງເຈົ້າ, ພຣະອົງເປັນຜູ້ໃດ? ອົງພຣະຜູ້ເປັນເຈົ້າຕອບວ່າ 'ເຮົາຄືເຢຊູຜູ້ທີ່ເຈົ້າໄດ້ຂົ່ມເຫັງ. \v 16 ບັດນີ້ຈົ່ງລຸກຂຶ້ນ ແລະ ຢືນຢູ່ດ້ວຍຕີນຂອງເຈົ້າ; ເພາະຈຸດປະສົງເຮົາໄດ້ປາກົດແກ້ເຈົ້າ ເພື່ອແຕ່ງຕັ້ງໃຫ້ເຈົ້າເປັນຜູ້ຮັບໃຊ້ ແລະ ເປັນພະຍານເຖິງສິ່ງທີ່ເຈົ້າຮູ້ກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຈະສຳແດງກັບເຈົ້າໃນພາຍພາກຫນ້າ. \v 17 ແລະ ເຮົາຈະຊ່ວຍເຈົ້າຈາກຜູ້ຄົນ ແລະ ຈາກຄົນຕ່າງຊາດທີ່ເຮົາສົ່ງມາໃຫ້ແກ່ເຈົ້າ, \v 18 ເພື່ອເປີດຕາຂອງພວກເຂົາ ແລະເຮັດໃຫ້ພວກເຂົາຫັນຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງຊາຕານມາຫາພຣະເຈົ້າ, ເພື່ອທີ່ວ່າພວກເຂົາໄດ້ຮັບການອະໄພໃນຄວາມບາບຈາກພຣະເຈົ້າ ແລະ ມໍຣະດົກທີ່ເຮົາມອບໃຫ້ກັບຄົນທັງຫລາຍທີ່ຖືກແຍກໄວ້ແລ້ວໂດຍຄວາມເຊື່ອໃນເຮົາ.'