lo_act_text_ulb_l3/26/09.txt

1 line
1.4 KiB
Plaintext

\v 9 ຄັ້ງຫນຶ່ງ ຂ້າພະອົງຄິດກັບຕົວເອງວ່າຂ້າພະອົງຄວນຈະເຮັດຫລາຍສິ່ງຫລາຍຢ່າງທີ່ຕໍ່ຕ້ານພຣະນາມຂອງພຣະເຢຊູຊາວນາຊາເຣັດ. \v 10 ຂ້າພະອົງໄດ້ກະທຳສິ່ງເຫລົ່ານີ້ໃນກຸງເຢຣູຊາເລັມ. ຂ້າພະອົງໄດ້ຈັບຜູ້ເຊື່ອຈຳນວນຫລາຍຄຸມຂັງດ້ວຍສິດອຳນາດທີ່ຂ້າພະອົງໄດ້ຮັບຈາກພວກຫົວຫນ້າປະໂຣຫິດ, ແລະ ເມື່ອພວກເຂົາຖືກຂ້າຕາຍ, ຂ້າພະອົງກໍໄດ້ອອກສຽງຕໍ່ຕ້ານພວກເຂົາ. \v 11 ຂ້າພະອົງໄດ້ລົງໂທດພວກເຂົາຢູ່ຫລາຍຕໍ່ຫລາຍຄັ້ງໃນທຸກທຳມະສາລາ ແລະ ຂ້າພະອົງພະຍາຍາມທີ່ຈະບັງຄັບໃຫ້ພວກເຂົາຫມິ່ນປະຫມາດ. ຂ້າພະອົງໂກດແຄ້ນພວກເຂົາຢ່າງຮ້າຍ ແລະ ຂ້າພະອົງໄດ້ຂົ່ມເຫັງພວກເຂົາແມ້ແຕ່ທີ່ຕ່າງເມືອງ.